top of page
Search

ໜອງສະເດັດເຈົ້າສຸພານຸວົງ ຈະເປັນແຫຼ່ງທ່ອງທ່ຽວໃໝ່ຂອງຊຽງຂວາງ.

  • Writer: Superphil Phil
    Superphil Phil
  • Aug 13, 2020
  • 1 min read

ໜອງສະເດັດເຈົ້າສຸພານຸວົງ ຈະເປັນແຫຼ່ງທ່ອງທ່ຽວໃໝ່ຂອງຊຽງຂວາງ. ໜອງສະເດັດເຈົ້າສຸພານຸວົງຈະພັດທະນາໃຫ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດຕິດພັນກັບປະຫວັດສາດ ແລະ ເປັນສູນລວມຄົນຮັກມັກໃນການຍ່າງອອກກຳລັງກາຍ ເພື່ອສຸຂະພາບ, ບໍລິການຮ້ານອາຫານ, ທີ່ປະຊຸມ, ຂີ່ງສະລິງ, ຕູບ, ຊົມວິວເບິ່ງຄວາມມະຫັດສະຈັນຂອງທຳມະຊາດ ແລະ ສູບດົມອາກາດບໍລິສຸດທີ່ສຸດ, ຊົມຄວາມສວຍງາມຂອງເທສະບານເມືອງ. ໜອງສະເດັດເຈົ້າສຸພານຸວົງ ເຊິ່ງຕັ້ງຢູ່ບ້ານໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ໄດ້ຮັບອະນຸຍາດຢ່າງເປັນທາງການ ໃນວັນທີ 24 ມັງກອນ 2020 ໃນຮູບແບບເຊົ່າ – ສຳປະທານເປັນເວລາ 30 ປີ ການພັດທະນາແບ່ງອອກເປັນ 5 ໄລຍະ ເຊິ່ງໄລຍະທຳອິດແມ່ນສຳຫຼວດກວດກາປັກຫຼັກໝາຍຂອບເຂດເນື້ອທີ່ເຊົ່າສຳປະທານ ຈຳນວນ 123 ເຮັກຕາ, ກໍ່ສ້າງເສັ້ນທາງ, ປັບໜ້າດິນສະຖານທີ່ຈັດງານແຂ່ງຂັນຊ່ວງເຮືອ ແລະ ບຸນປະເພນີຕ່າງໆ, ບ່ອນຈອດລົດ ແລະ ປັບປຸງໜອງ.

ພາບ: laoedaily.com.la

ໄລຍະທີ 2 ປັບປຸງ ແລະ ຂະຫຍາຍປູກຕົ້ນໄມ້ໃຫຍ່, ປັບປຸງໜອງສໍາລັບລ້ຽງປາທໍາມະຊາດ, ສ້າງສວນດອກໄມ້, ສວນສະໜຸກ, ສ້າງບ່ອນຫຼິ້ນກີລາ, ບ່ອນຍ່າງອອກກຳລັງກາຍກາງແຈ້ງ, ດື່ມກາເຟ, ຈຸດຊົມວິວ. ໄລຍະທີ 3 ກໍ່ສ້າງຮ້ານອາຫານ, ຫ້ອງຈັດງານລ້ຽງສ້າງສັນ ແລະ ຫ້ອງຈັດງານດອງ, ໄລຍະທີ 4 ກໍ່ສ້າງຂອບເຂດເຮືອນຈໍາລອງຂອງບັນດາຊົນເຜົ່າຕ່າງໆໃນແຂວງຊຽງຂວາງ ແລະ ໄລຍະທີ 5 ບຸກກໍ່ສ້າງເຮືອນພັກ ແລະ ຣີສອດ. ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ກ່າວວ່າ: ໜອງສະເດັດເຈົ້າສຸພານຸວົງ ເປັນໜອງໜຶ່ງທີ່ມີຄວາມສວຍງາມຕາມທຳມະຊາດມາແຕ່ດຶກດຳບັນ ແຕ່ຍັງບໍ່ທັນໄດ້ມີການພັດທະນາປັບປຸງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຂອງສັງຄົມ ຜ່ານມາມີ 5 ບໍລິສັດທັງໃນ ແລະ ຕ່າງປະເທດທີ່ຢາກພັດທະນາ ແຕ່ກໍບໍ່ເກີດ. ສະນັ້ນ, ບໍລິສັດກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ແມ່ນເປັນບໍລິສັດທີ 6 ແລະ ເປັນບໍລິສັດຄົນລາວສາຍເລືອດຊາວຊຽງຂວາງ 100% ເຊິ່ງເຂົ້າມາເພື່ອພັດທະນາປັບປຸງບໍລິເວນໜອງນໍ້າສະເດັດເຈົ້າສຸພານຸວົງ. ທ່ານ ຄຳໄພ ສົມຊະນະ ກ່າວວ່າ: ຊຽງຂວາງກໍເປັນອີກໜຶ່ງແຂວງວິລະຊົນໃນຂະບວນການຕໍ່ສູ້ກູ້ຊາດ ແລະ ມີຮ່ອງຮອຍສຳຄັນທາງປະຫວັດສາດຂອງຊາດ ນັບຈາກປະເທດຊາດໄດ້ຮັບການປົດປ່ອຍ ຊຽງຂວາງແມ່ນມີທ່າແຮງຫຼາຍດ້ານໃນການພັດທະນາ ໂດຍສະເພາະແມ່ນດ້ານການທ່ອງທ່ຽວ. ຊຽງຂວາງພັດທະນາໜອງສະເດັດເຈົ້າສຸພານຸວົງໃຫ້ເປັນແຫຼ່ງທ່ອງທ່ຽວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page