top of page
Search

ວັນອາຫານໂລກ ເພື່ອລົບລ້າງຄວາມທຸກຍາກຈະຈັດຂຶ້ນໃນວັນທີ 28 ຫາ 31 ຕຸລານີ້ທີ່ວຽງຈັນ.

  • Writer: Superphil Phil
    Superphil Phil
  • Oct 31, 2020
  • 1 min read

ວັນອາຫານໂລກ ເພື່ອລົບລ້າງຄວາມທຸກຍາກຈະຈັດຂຶ້ນໃນວັນທີ 28 ຫາ 31 ຕຸລານີ້ທີ່ວຽງຈັນ.

ຕາມ​ການຖະແຫຼ່ງຂ່າວຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ຕໍ່ສືມ່ວນຊົນໃນວັນທີ 27 ຕຸລານີ້ວ່າ: ຄືດັ່ງຮູ້ນໍາກັນແລ້ວວ່າ ຄວາມທຸກຍາກ ແລະ ໄພອຶດຫິວ ໄດ້ເປັນບັນຫາໃຫຍ່ຂອງໂລກມາເປັນເວລາຫຼາຍສັດຕະວັດແລ້ວ. ແລະຕະຫລອດໄລຍະຜ່ານມາ ໂລກຂອງພວກເຮົາ ໄດ້ພົບກັບຫຼາຍໆບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຊັ່ນ:

https://doodido.com/
DooDiDo

ການປ່ຽນແປງທາງດ້ານດິນຟ້າອາກາດ, ພາໃຫ້ເກີດໄພພິບັດທາງທໍາມະຊາດ, ການລະບາດຂອງພະຍາດ, ຄວາມວຸ້ນວາຍທາງສັງຄົມ, ເສິກສົງຄາມ, ການລະບາດໂຄວິດ-19 ທີ່ກຳລັງຄຸກຄາມໃນທົ່ວໂລກ, ໄດ້ສຶບຕໍ່ສົ່ງຜົນກະທົບໃຫ້ແກ່ປະຊາຊົນເກືອບ 700 ລ້ານຄົນ ຂາດສານອາຫານ ແລະ ຄາດຄະເນວ່າ ຈະມີປະຊາຊົນຕື່ມອີກ 130 ລ້ານຄົນ ໃນທົ່ວໂລກ ອາດປະສົບກັບຄວາມອຶດຫິວຍ້ອນໂລກລະບາດດັ່ງກ່າວ. ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະ ການກະເສດ ຈະໄດ້ຈັດງານສະເຫຼີມສະຫຼອງວັນອາຫານໂລກ ຄົບຮອບ 40 ປີ ຂຶ້ນພາຍໃຕ້ຄໍາຂວັນ: “ອານາຄົດຂອງພວກເຮົາ ຂື້ນກັບການກະທຳຂອງພວກເຮົາ, ຈົ່ງພ້ອມກັນເພີ່ມພູນຜະລິດຜົນ, ຮັບປະກັນໂພຊະນາການ, ໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ”; ແລະ ປີພາຍໃຕ້ຄໍາຂວັນ “ຮ່ວມໃຈກັນເພື່ອບັນລຸຄວາມຍຸຕິທໍາທາງສັງຄົມ ແລະ ສິ່ງແວດລ້ອມ ໃຫ້ແກ່ທຸກຄົນ”, ຊຶ່ງພິທີໂຮມຊຸມນຸມໃຫຍ່ ຈະໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 30 ຕຸລານີ້ ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເຂດດົງໂດກ. ໂດຍໃນງານຈະມີການຈັດສໍາມະນາ-ປາຖະກະຖາ ຫົວຂໍ້ກ່ຽວກັບ ກະສິກຳສະອາດ, ໂພຊະນາການ ແລະ ການຫຼຸດຜ່ອນຄວາມທຸກຍາກ ແລະ ຈັດງານວາງສະແດງສິນຄ້າ-ຈຳໜ່າຍສິນຄ້າກະສິກຳ ເລີ່ມແຕ່ວັນທີ 28 ຫາ 31 ຕຸລານີ້. ນະ​ຄອນ​ຫລວງວຽງ​ຈັນ​ຈັດ​ງານ​ວັນ​ອາ​ຫາ​ໂລກໃນວັນທີ 28 ຫາ 31 ຕຸລານີ້. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page