top of page
Search

ບ້ານລາວມົງຄຸນ ສູນລວມ​ສິນ​ຄ້າແບຣນລາວ ສູ່ສາກົນ.

  • Writer: Superphil Phil
    Superphil Phil
  • Oct 31, 2020
  • 1 min read

ບ້ານລາວມົງຄຸນ ສູນລວມ​ສິນ​ຄ້າແບຣນລາວ ສູ່ສາກົນ.

ສິນ​ຄ້າ​ຂອງ​ຄົນ​ລາວ​ບໍ່​ວ່າ​ຈະ​ເປັນ​ເຄື່ອງ​ສີ​ມື​ຫັດ​ຖະ​ກຳ, ກະ​ສິ​ກຳ, ແລະ ອື່ນໆ​ອີກ​ຫລາກຫລາຍສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ແຕ່​ຍັງ​ຂາດ​ໃນ​ການ​ໂຄ​ສະ​ນາ​ໃຫ້​ສັງ​ຄົມ ຫລື ສາ​ກົນ​ໄດ້​ຮັບ​ຮູ້​ເຊິງ​ເປັນ​ສິ່ງ​ທີ່​ດີ​ທີ່​ໃນ​ມື້​ນີ້​ໄດ້​ມີ​ບ່ອນ​ທີ່​ຈະ​ເປັນ​ເວ​ທີ​ໃນ​ການ​ວາງ​ສະ​ແດງ​ຈ່ຳ​ໜາຍ​ສິນ​ຄ້າ​ຂອງ​ລາວ​ໂດຍ ບ້ານ​ລາວ​ມົງ​ຄຸນ.


ເຊິງບ້ານລາວມົງຄຸນ​ເປັນສູນລວມສິນຄ້າແບຣນລາວ ໄດ້ເປີດໃຫ້ບໍລິການ ຢ່າງເປັນທາງການ ໃນ ວັນທີ 24 ຕຸລາ ຜ່ານມາ, ເຊິ່ງໄດ້ລວບລວມເອົາບັນດາສິນຄ້າ ທີ່ເປັນຂອງຄົນລາວ ມາວາງຈຳໜ່າຍໄວ້ບ່ອນດຽວ ເຊັ່ນ: ຫ້ອງເສື້ອ, ຜ້າໄໝ, ເຄື່ອງດົນຕີລາວ, ຢາພື້ນເມືອງ ແລະ ຜະລິດຕະພັນຫັດຖະກຳເປັນຕົ້ນ.

https://doodido.com/
ພາບ: ຂ​ປ​ລ.

ນອກນີ້, ຍັງມີເຄື່ອງດື່ມ, ອາຫານພື້ນເມືອງ ແລະ ນວດແຜນບູຮານໄວ້ຄ່ອຍບໍລິການລູກຄ້າທີ່ມາທ່ຽວຊົມ. ທັງນີ້, ກໍເພື່ອຈັດຕັ້ງປະຕິບັດນະໂຍບາຍ ການສົ່ງເສີມຜະລິດຕະພັນພາຍໃນ ແລະ ເສີມສ້າງທ່າແຮງໃຫ້ແກ່ສີນຄ້າລາວ ໃຫ້ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງຍິ່ງໆຂຶ້ນ. ເປີດສູນລວມ​ສິນ​ຄ້າແບຣນລາວ ສູ່ສາກົນ​ໂດຍ ບ້ານ​ລາວ​ມົງ​ຄຸນ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Komentáře


© 2023 by NOMAD ON THE ROAD. Proudly created with Wix.com

bottom of page