top of page
Search

ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ ມອບ​ເງິນຊ່ວຍເຫຼືອໄພນໍ້າຖ້ວມ ​ໃຫ້​ ສ​ປ​ປ ລາວ.

  • Writer: Superphil Phil
    Superphil Phil
  • Oct 31, 2020
  • 1 min read

ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ ມອບ​ເງິນຊ່ວຍເຫຼືອໄພນໍ້າຖ້ວມ ​ໃຫ້​ ສ​ປ​ປ ລາວ.

ຕາມ​ຂ່າວ​ຈາກ​ໜັງ​ສື​ພິມ​ປະ​ຊາ​ຊົນ​ໃຫ້​ຮູ້​ວ່າ ວັນທີ 26 ຕຸລາຜ່ານມາ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຫງວຽນບາຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມອບເງິນຈໍານວນ 50 ລ້ານກີບ ກ່າວຮັບໂດຍທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ, ເພື່ອໃຫ້ກະຊວງດັ່ງກ່າວ ນໍາໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ.

https://doodido.com/
ພາບ: ໜັງ​ສືພິມ​ປະ​ຊາ​ຊົນ.

ໃນພິທີມອບ-ຮັບ, ທ່ານ ຫງວຽນບາຮຸ່ງ ກ່າວວ່າ: ເມື່ອໄດ້ຮູ້ຂ່າວປັດຈຸບັນ ປະຊາຊົນແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຖືກຜົນກະທົບຈາກໄພນໍ້າຖ້ວມຢ່າງໜັກໜ່ວງ.


ດັ່ງນັ້ນ, ສະຖານທູດຫວຽດນາມ ປະຈໍາລາວ ໄດ້ຕັດສິນໃຈໃຫ້ການຊ່ວຍເຫຼືອຈໍານວນເງິນດັ່ງກ່າວ ເພື່ອໜູນຊ່ວຍວຽກງານຟື້ນຟູຜົນເສຍຫາຍຈາກພາຍຸນໍ້າຖ້ວມ. ພ້ອມທັງເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ເວົ້າລວມ ແລະ ປະຊາຊົນຊາວແຂວງສະຫວັນນະເຂດ ເວົ້າສະເພາະ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄປໄດ້ດີ, ເຮັດໃຫ້ຊີວິດການເປັນຢູ່ສືບຕໍ່ດີຂຶ້ນ.


ພ້ອມກັນນັ້ນ, ຊາວຫວຽດນາມ ທີ່ອາໄສຢູ່ ສປປ ລາວ ກໍໄດ້ໃຫ້ການຊ່ວຍເຫຼືອຈໍານວນເງິນ 100 ລ້ານກີບ ແລະ ໃນເວລາອັນໄກ້ນີ້ ຈະໄດ້ຈັດຕັ້ງຄະນະລົງໄປຊ່ວຍເຫຼືອ ແລະ ຢ້ຽມຢາມຖາມຂ່າວປະຊາຊົນແຂວງສະຫວັນນະເຂດ.

ທ່ານທູດຫວຽດນາມ​ປະ​ຈຳ​ລາວ​ຊ່ວຍ​ເຫລືອ​ໄພ​ນ້ຳ​ຖ້ວມສ​ປ​ປ ລາວ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page