top of page
Search

ໄວ້​ອາ​ໄລ ແລະ ໄຫວ້​ອາ​ໄລ ຄວນໃຊ້ຄຳໃດໃຫ້ຖືກຕ້ອງ

  • Writer: Superphil Phil
    Superphil Phil
  • May 8, 2020
  • 1 min read

ໄວ້​ອາ​ໄລ ຄື​ຄຳ​ທີ່​ຖືກ​ຕ້ອງ​ໃນ​ການ​ຂຽນ ແລະ ເວົ້າ​ພາ​ສາ​ລາວ.

ຕາມ​ການ​ອະ​ທິ​ບາຍ​ຂອງ​ເພ​ຈ ເຟ​ສ​ບຸກ ພາ​ສາ​ລາວ​ໄດ້​ຍົກ​ຄຳ​ນີ້​ມາ​ອະ​ທິ​ບາຍ ແລະ ແບ່ງ​ປັນ​ຄວາມ​ຄິດ​ຄວາມ​ເຫັນ​ນຳ​ກັນ​ໄວ້​ຢ່າງ​ລະ​ອຽດ ໜ້າ​ສົນ​ໃຈ ແລະ ເຮັດ​ໃຫ້​ຫລາຍໆ​ຄົນ​ເຂົ້າ​ໃຈ​ຄຳ​ນີ້​ໃນການ​ໃຊ້ພາ​ສາລາວ​ຫລາຍ​ຂື້ນ.

ໃນໄລຍະຜ່ານມາ ມີບາງຄົນມັກໃຊ້ຄໍາວ່າ “ໄວ້ອາໄລ” ເປັນ “ໄຫວ້ອາໄລ”. ບໍ່ພຽງແຕ່ບາງຄົນເທົ່ານັ້ນ ຕະຫຼອດຮອດໜັງສືພິມບາງສະບັບ-ໂທລະພາບບາງຊ່ອງກໍມັກໃຊ້ຜິດຢູ່ເລື້ອຍ… ບາດນີ້ ພວກເຮົາມາລອງວິເຄາະຄໍາທີ່ມີບັນຫາດັ່ງກ່າວນີ້ຄັກໆເບິ່ງວ່າມັນມີກົກເຄົ້າເຫງົ້າກໍ ແລະຄວາມໝາຍແນວໃດກັນແທ້? *ໄວ້ອາໄລ* ແມ່ນຄໍາປະສົມລາວ-ປາລີ ຄື ໄວ້ + ອາລຍ = ໄວ້ອາລັຍ ແລ້ວແປງມາຂຽນແບບປັດຈຸບັນເປັນ “ໄວ້ອາໄລ” ເຊິ່ງມີບັນທຶກໄວ້ໃນວັດຈະນານຸກົມລາວທຸກສະບັບ. “ໄວ້” ເປັນຄໍາກິລິຍາ ມີຄວາມໝາຍວ່າ “ຮັກສາ, ແພງ, ໃຫ້ມີຢູ່, ໃຫ້ຜາກົດຢູ່, ເຊື່ອງ, ມ້ຽນ, ສະແດງ”. “ອາໄລ” ເປັນຄໍາກິລິຍາ ໝາຍເຖິງ “ຫ່ວງໃຍ, ຫ່ວງຫາ, ລະນຶກເຖິງດ້ວຍຄວາມເສຍດາຍ”. ເມື່ອທັງສອງຄຳປະສົມເຂົ້າກັນແລ້ວ ຈຶ່ງກາຍເປັນ “ໄວ້ອາໄລ” ເຊິ່ງມີຄວາມໝາຍວ່າ “ສະແດງຄວາມຄິດເຖິງຜູ້ທີ່ລ່ວງລັບໄປແລ້ວດ້ວຍຄວາມເສຍດາຍ”. ຍ້ອນແນວນັ້ນ ເວລາເຂົ້າຮ່ວມພິທີສົ່ງສະການໃດໜຶ່ງ ເຮົາຈະເຫັນຢ່າງເປັນປະຈຳວ່າ ຫຼັງຈາກອ່ານປະຫວັດຂອງຜູ້ເສຍຊີວິດນັ້ນແລ້ວ ເພິ່ນກໍຈະບອກໃຫ້ຜູ້ເຂົ້າຮ່ວມພິທີກົ້ມຫົວໄວ້ອາໄລເປັນເວລາ 30 ວິນາທີ ຫຼື 1 ນາທີ… ໃນການໄວ້ອາໄລທີ່ເປັນພິທີການນັ້ນ ເຮົາຈະສັງເກດເຫັນວ່າ ບໍ່ມີການຍໍມືນົບແຕ່ປະການໃດ ມີແຕ່ກົ້ມຫົວສະຫງົບນິ້ງເທົ່ານັ້ນ. ພາ​ສາ​ລາວ ໄວ້​ອາ​ໄລ ແລະ ໄຫວ້​ອາ​ໄລ ໃວ້​ອາ​ໄລ ຄວນ​ໃຊ້​ຄຳ​ໃດ​

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page