top of page
Search

ໄມ້ປ່ອງສາມາດປູກສ້າງເຮືອນຊານ ແລະ ເຄື່ອງເຟີນິເຈີແບບພື້ນບ້ານໄດ້​ຢ່າງ​ສວຍ​ງາມ.

  • Writer: Superphil Phil
    Superphil Phil
  • May 12, 2020
  • 1 min read

Updated: May 13, 2020

ໄມ້ປ່ອງສາມາດປູກສ້າງເຮືອນຊານ ແລະ ເຄື່ອງເຟີນິເຈີແບບພື້ນບ້ານໄດ້​ຢ່າງ​ສວຍ​ງາມ.

ປະ​ເທດ​ລາວ​ເຮົາອ້ອມ​ຮອບ​ໄປ​ດ້ວຍ​ພູ​ຜ່າ​ປ່າ​ໄມ້ນາໆ​ຊະ​ນິດ ແລະ ສາ​ມາດ​ນຳ​ມາ​ໃຊ້​ໄດ້​ເປັນ​ປະ​ໂຫຍດ​ຫລາຍ, ໄມ້​ທີ່​ເຮົາ​ຈະ​ມາ​ເວົ້າ​ເຖິງ​ນີ້​ກໍ່​ຄື ໄມ້ປ່ອງ ເຊິງເໝາະແກ່ການປຸກບ້ານແປງເຮືອນ, ເຮັດຕູ່, ເຮັດຕຽງ…ສາມາດຕັດໄດ້ແຄມບ້ານແຄມປ່າ.

ພາບ: rfa.org

ການນໍາໃຊ້ໄມ້ປ່ອງເຂົ້າໃນການຜະລິດໂຕະ, ຕັ້ງ, ຕູ່, ຕຽງເພື່ອໃຊ້ໃນຄອບຄົວ ຖືວ່າຍັງພົບເຫັນຢູ່ສະເໝີໃນຊົນນະບົດ, ເພາະເປັນໄມ້ທີ່ຫາງ່າຍ ແລະ ມີຄວາມໜຽວ, ສາມາດນຳມາດັດແປງໂຄງສ້າງທີ່ຕ້ອງການໄດ້ງ່າຍ, ສະດວກສະບາຍໃນການເຄື່ອນຍ້າຍເພາະມັນເບົາດີ. ນອກນັ້ນເພີ່ນຍັງເຮັດເປັນຕັ້ງນັ່ງຂະໜາດນ້ອຍໄວ້ນັ່ງຝີມໄຟໃນຍາມໜາວ, ຕູ້ໄວ້ເຄື່ອງໃສ່ແບບງ່າຍໆ ເພີ່ນກໍ່ເຮັດດ້ວຍໄມ້ໄຜ່ບ້ານ ຫຼື ໄມ້ຊາງໄພ. ເມື່ອເວລານັ່ງກຳຂອງແມ່ທີ່ເກີດລູກເພີ່ນຍັງນິຍົມໃຊ້ໄມ້ໄຜ່ນຳມາເຮັດຕຽງເພາະນອນສະບາຍເວລານັ່ງຢູ່ກຳ ແລະ ສາມາດເຮັດໃຫ້ໄຟຄວາມຮ້ອນຊອດສ່ອງໄດ້ດີ ເພີ່ນຈື່ງນິຍົມໃຊ້ໄມ້ໄຜ່.ໄມ້ປ່ອງນອກຈາກຈະເຮັດເຄື່ອງເຟີນິເຈີພາຍໃນບ້ານເຮົາເພີ່ນຍັງນິຍົມໃຊ້ເປັນໂຄງສ້າງເຮືອນ ໃນຊົນນະບົດຂອງລາວເຮົາ ການສ້າງເຮືອນ ຫຼື ບ່ອນທີ່ພັກພາອາໄສຍັງຄົງຕ້ອງອາໄສໄມ້ປ່ອງເປັນຫຼັກ ໂດຍສະເພາະແມ່ນຝາແອ້ມເຮືອນ ຫຼື ຖຽງໄຮ່, ຖຽງນາ, ຖືວ່າຍັງໃຊ້ໄມ້ປ່ອງເປັນຫຼັກເຂົ້າໃນການປູກສ້າງ. ຝາແອ້ມເຮືອນທີ່ເຫັນໃຫ້ໃນບ້ານຕ່າງໆແມ່ນໃຊ້ໄມ້ເຮ້ຍ, ໄມ້ຊອດ ແລະ ໄມ້ໄຜ່ ໂດຍນຳໄມ້ມາຊັບອອກເປັນແຜ່ນແລ້ວສານໃຫ້ເປັນລາຍຂັດ ຫຼື ລາຍສອງ ເພື່ອໃຫ້ເປັນແຜ່ນໃຫຍ່ໃນການແອ້ມເປັນຝາເຮືອນ. ບາງຄັ້ງປູພື້ນເພີ່ນກໍ່ຍັງໃຫ້ໄມ້ໄຜ່ຊັບເຮັດເປັນແຜ່ນແປ ແລ້ວເອົາມາລຽນກັນເພື່ອປູພື້ນເຮືອນ ຫຼື ຖຽງນາໄດ້ສະບາຍ.ໃນປະຈຸບັນໃນຍຸກບ້ານເມືອງມີການພັດທະນາ, ໄມ້ປ່ອງກໍ່ມີເປັນສ່ວນສຳຄັນໃນການພັດທະນາໂຄງສ້າງເຮືອນ ແລະ ເຄື່ອງເຟີນິເຈີ ທີ່ມີລາຄາແພງ. ໄມ້ປ່ອງທີ່ນໍາໃຊ້ສ່ວນຫຼາຍແມ່ນເຮັດເປັນໄມ້ຄໍ້າແບບ ໂດຍສະເພາະ ໄມ້ຊາງໄພ, ໄມ້ໄຜ່ ເຊິ່ງມີການປູກຫຼາຍ ແລະ ຂາຍໄດ້ລາຄາດີ. ມີການພັດທະນາເຮັດເປັນຕູບນ້ອຍທີ່ສ້າງຈາກໄມ້ໄຜ່ ເພື່ອເປັນສາລານ້ອຍຕັ້ງໄວ້ໜ້າເຮືອນ, ເຊິ່ງໃນປະຈຸບັນແມ່ນໄດ້ມີກຸ່ມຜະລິດເຮືອນຕູບເພື່ອຂາຍເປັນສີນຄ້າເປັນຕູບໄມ້ໄຜ່ ໄວ້ພັກຜ່ອນໃນຍາມຮ້ອນ. ເຄື່ອງເຟິນີເຈີທີ່ຜະລິດຈາກໄມ້ໄຜ່ກໍ່ມີຄວາມນິຍົມ ແລະ ກາຍເປັນຜະລິດຕະພັນຈາກໄມ້ໄຜ່ທີ່ເຫັນຕາມທ້ອງຕະຫຼາດເຊັ່ນ: ຕັ້ງ, ຕັ້ງ, ແລະ ເຄື່ອງໃຊ້ອື່ນພາຍບ້ານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

コメント


© 2023 by NOMAD ON THE ROAD. Proudly created with Wix.com

bottom of page