top of page
Search

ໄຟ​ຟ້າ​ຫຼຸດ​ລາ­ຄາ​ລົງ 50% ຕໍ່​ຜູ້​ໃຊ້​ໄຟ​ບໍ່​ເກີນ 150 kWh.

  • Writer: Superphil Phil
    Superphil Phil
  • May 20, 2020
  • 1 min read

ໄຟ​ຟ້າ​ຫຼຸດ​ລາ­ຄາ​ລົງ 50% ຕໍ່​ຜູ້​ໃຊ້​ໄຟ​ບໍ່​ເກີນ 150 kWh. ດັ່ງ​ທີ່​ເຮົາ​ຮູ້​ກັນ​ດີ​ວ່າ​ນະ​ໂຍ​ບາຍ​ກັກ​ຕົວ​ຢູ່​ບ້ານ​ຂອງ​ລັດ​ຖະ​ບານ ສ​ປ​ປ ລາວ, ຫລາຍໆ​ຄົນ​ ຫລາຍໆ​ຄອບ​ຄົວຄົງ​ຕ້ອງໄດ້​ໃຊ້​ໄຟ​ຟ້າ​ຫລາຍກວ່າ​ປົກ​ກະ​ຕິ ແລະ ລັດ​ກໍ່​ໄດ້​ມີ​ນະ​ໂຍ​ບາຍ​ພິ​ເສດ​ສຳ​ລັບ​ຜູ່​ທີ່​ໃຊ້​ໄຟ​ຟ້າ​ຕ່ຳ​ກວ່າ 150kwh, ຫລຸດ​ລາ​ຄາ​ລົງ​ໃຫ້ 50% ຂອງ​ມູນ​ຄ່າ​ທີ່​ໃຊ້​ທັງ​ໝົດ ແລະ ປັບ​ລາ​ຄ​າ​ຄິດ​ໄລ່​ຄ່າ​ໄຟ​ຟ້າ​ໃໝ່.

ພາບ: laopost.com

ຜ່ານ​ການ​ຄົ້ນ­ຄວ້າ​ຢ່າງ​ເລິກ­ເຊິ່ງ ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ກໍ​ໄດ້​ຕົກ­ລົງ​ເຫັນ​ດີ​ກ່ຽວ​ກັບ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ຫຼຸດ​ຄ່າ​ໄຟ ໄດ້​ອອກ​ແຈ້ງ​ການ​ສະ­ບັບ​ເລກ​ທີ 438/ພບ ລົງ​ວັນ​ທີ 08 ເມ­ສາ 2020 ເຖິງ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ໃນ​ການ​ປະ­ຕິ­ບັດ​ໂຄງ​ສ້າງ​ລາ­ຄາ​ໄຟ­ຟ້າ​ໃໝ່ ແຕ່ 2020 ຫາ ປີ 2025   ໂດຍ​ໃຫ້​ເລີ່ມ​ປະ­ຕິ­ບັດ​ນັບ​ແຕ່​ເດືອນ​ພຶດ­ສະ­ພາ 2020 ເປັນ­ຕົ້ນ​ໄປ(ໝາຍ​ຄວາມ​ວ່າ ບິນ​ຄ່າ​ໄຟ​ເດືອ​ນພຶດ­ສະ­ພາ ແມ່ນ ຄ່າພະ­ລັງ­ງານ​ຂອງ​ເດືອນ​ເມ­ສາ) ໃນ​ໂຄງ​ສ້າງ​ລາ­ຄາ​ໄຟ­ຟ້າ​ໃໝ່​ນີ້ ພາກ​ທີ່­ຢູ່​ອາ­ໄສ ໄດ້​ຫຼຸດ​ລາ­ຄາ​ຈາກ​ອັດ­ຕາ​ຄິດ­ໄລ່ 6 ຂັ້ນ ມາ​ເປັນ​ຂັ້ນ​ດຽວ ລາ­ຄາ 710 ກີບ/kWh ແຕ່​ມີ​ນະ­ໂຍ­ບາຍ​ຫຼຸດ​ລາ­ຄາ​ລົງ 50% ຕໍ່​ຜູ້​ໃຊ້​ໄຟ​ບໍ່​ເກີນ 150 kWh ລາ­ຄາ 355 ກີບ/kWh, ພາກ​ອື່ນໆ​ທີ່​ບໍ່​ແມ່ນ​ທີ່­ຢູ່​ອາ­ໄສ ກໍ​ໄດ້​ຮັບ​ສ່ວນ​ຫຼຸດ​ເຊັ່ນ​ກັນ ເຮັດ​ໃຫ້​ຜູ້​ຊົມ­ໃຊ້​ແຕ່​ລະ​ປະ­ເພດ​ໄດ້​ຮັບ​ສ່ວນ​ຫຼຸດ 2-35% ພ້ອມ​ນັ້ນ ກໍ​ໄດ້​ມີ​ນະ­ໂຍ­ບາຍ​ເລື່ອນ​ເວ­ລາ​ຊຳ­ລະ​ຄ່າ​ໄຟ​ອອກ​ໄປ ຈາກ 7-30 ວັນ ເປັນ 7-45 ວັນ. ຜູ້​ໃຊ້​ໄຟ​ຟ້າຕ່ຳ​ກວ່າ 150 kWh ໄດ້​ເຮ ນະ​ໂຍ​ບາຍ​ຫລຸດ​ລາ​ຄາ​ເຄິ່ງ​ໜືງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page