top of page
Search

ໄປທ່ຽວຜາຖີ່ເຂດປະຫວັດສາດເມືອງຊຳເໜືອ

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ຜາຖີ່ ເຂດທ່ອງ​ທຽວປະຫວັດສາດ ເມືອງ ຊຳເໜືອ, ແຂວງ​ຫົວ​ພັນ

ດັ່ງ​ທີ່​ຊາວ ສ​ປ​ປ ລາວ ເຮົາ​ຫລາຍ​ຄົນ​ໄດ້​ຮູ້ ແລະ ໄດ້​ອ່ານ ຫລື ໄດ້​ໄປ​ສຳ​ພັດ​ມາ​ແລ້ວວ່າ ແຂວງຫົວພັນ ເປັນ​ເຂດ​ທີ່​ໜັ້ນ ແລະ ເປັນ​ບ່ອນ​ທີ່​ທ່ານ​ຜູ້​ນຳ​ໄດ້​ໄປ​ໃຊ້​ຊ​ິ​ວິດ ແລະ ຫາ​ລື​ວຽກ​ງານ​ການ​ປະ​ຕິ​ວັດ​ຕ່າງໆ ຫລາຍໆ​ເມືອງ​ໃນ​ແຂວງ​ຫົວ​ພັນ​ດັ່ງ​ນັ້ນ ແຂວງ​ຫົວ​ພັນ​ຈິງ​ມີ​ສະ​ຖານ​ທີ່​ທີ່​ມີ​ປະ​ຫວັດສາດ ແລະ ສວຍ​ງາມ​ໄປ​ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ອັນ​ສົດ​ຊື່ນ​ໜ້າ​ໄປ​ທຽວ​ຊົມ.

ພາບ​: laophattananews.com

ຜາຖີ່ເປັນດິນແດນປະ ຫວັດສາດອັນລືຊື່ຂອງ ເມືອງ ຊໍາໜືອ ເຊິ່ງ ເປັນຈອມພູທີ່ສູງຊັນທີ່ມີພູ ຜາລຽນອ້ອມກັນເປັນຖັ້ນ ເປັນແຖວຈຶ່ງເອີ້ນສະຖານ ທີ່ນີ້ວ່າ: ຜາຖີ່ ເຊິ່ງໃນອະດີດ ຜາຖີ່ແຫ່ງນີ້ໄດ້ເປັນສະຖານທີ່ຕັ້ງລາດາ ຂອງພວກຈັກ ກະພັດອາເມລິກາ ເພື່ອບັນຊາ ໃນການຖິ້ມລະເບີດໃສ່ເຂດປົດປ່ອຍຢ່າງໂຫດຮ້ອຍປ່າ ເຖື່ອນ. ແຕ່ໃນທີ່ສຸດກໍໄດ້ ຮັບ ການປົດປ່ອຍຢ່າງອົງອາດກ້າຫານຂອງກໍາລັງການປະຕິວັດລາວ.

ຜາຖີ່ ຕັ້ງຢູ່ເຂດບ້ານ ເມືອງຊອນ ເຊິ່ງຫ່າງຈາກ ຕົວເມືອງຊໍາເໜືອໄປປະມານ 60 ກິໂລແມັດ. ມາຮອດ ປັດຈຸບັນ, ຜາຖີ່ ໄດ້ກາຍເປັນ ສະຖານທີ່ທ່ອງທ່ຽວທາງ ດ້ານປະຫວັດສາດ ແລະ ທໍາ ມະຊາດແລ້ວ ເຊິ່ງມີຄວາມ ຍາວທັງໝົດ ປະມານ 7ກິໂລແມັດ, ນັກທ່ອງທ່ຽວ ສາມາດໄປທ່ຽວຊົມໄດ້ຢ່າງສະດວກສະບາຍ ໂດຍໄດ້ ມີການປັບປຸງ, ປົວແປງ ແລະ ສ້າງສິ່ງອໍານວຍ ຄວາມສະດວກໃຫ້ແກ່ການມາທ່ຽວຊົມວິວຢູ່ສະຖານ ທີ່ແຫ່ງນີ້ໄວ້ຢ່າງສະດວກ ບໍ່ວ່າຈະເປັນເສັ້ນທາງເຂົ້າ ຫາສະຖານທີ່ທ່ອງທ່ຽວ, ຂັ້ນໄດຂຶ້ນຫາຈອມພູສູງ ບ່ອນຊົມວິວຕະຫຼອດຮອດ ສະຖານທີ່ພັກແຮມຕ່າງໆ ແມ່ນສາມາດຮອງຮັບນັກ ທ່ອງທ່ຽວ ໄດ້ຢ່າງສະດວກ ສະບາຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page