ໄດ້ເຮແລ້ວປະຊາຊົນຜູຸຸ້ທີ່ກັກຕົວຄົບກ່ຳນົດ 14 ວັນ.
- Superphil Phil
- Apr 15, 2020
- 1 min read
ເມືອງວຽງທອງ ອະນຸຍາດໃຫ້ 138 ຄົນຫຼັງຕິດຕາມ 14 ວັນປອດໄພ ກັບບ້ານໄດ້
ຜ່ານການກັບຕົວເພື່ອຄວາມປອດໄພຂອງ ເມືອງວຽງທອງ, ແຂວງບໍລິຄຳໄຊ ຂອງບັນດາປະຊາຊົນລາວຊາວຜູ້ໃຊ້ແຮງງານ ແລະ ອື່ນໆ ທີ່ກັບຈາກຕ່າງປະເທດມາບ້ານເກີດຕົນເອງໃນທີ່ສຸດກໍ່ມາຮອດ 14 ມື້ຄົບຕາມກຳນົດ ແລະ ໄດ້ຄືນສູ່ບ້ານເຮືອນຂອງຕົນເອງ.

ພາບ: Khaoxan.com
ໃນວັນ 9 ເມສາ 2020 ທີມງານຄະນະສະເພາະກິດຕ້ານພະຍາດໂຄວິດ-19 ຂອງເມືອງວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ລົງກວດກາ ແລະ ອະນຸຍາດໃຫ້ບຸກຄົນທີ່ຖືກຕິດຕາມກວດກາຢູ່ 3 ສູນກັກກັນຂອງເມືອງຄື: ສູນ ມໍຕົ້ນ ນໍ້າກ້າງ, ມສ ວຽງທອງ ແລະ ມສ ຈອມທອງ ທີ່ກັບມາຈາກຕ່າງປະເທດ

ພາບ: Khaoxan.com
ຜ່ານການຕິດຕາມກວດກາ ແລະ ແທກອຸນຫະພູມຂອງແຕ່ລະຄົນໃນໄລຍະ 14 ວັນຜ່ານມາເຫັນວ່າບໍ່ມີອາການຜິດປົກກະຕິ ແລະ ບໍ່ມີອາການພະຍາດໂຄວິດ-19. ສະນັ້ນ, ຄະນະສະເພາະກິດ ແລະ ທີມງານແພດປະຈໍາສູນ ຈຶ່ງໄດ້ອະນຸຍາດໃຫ້ອອກເມືອສືບຕໍ່ຕິດຕາມອາການຢູ່ບ້ານຂອງຜູ້ກ່ຽວ ພ້ອມທັງອອກໃບຢັ້ງຢືນໃຫ້ແຕ່ລະຄົນເພື່ອເປັນຫຼັກຖານວ່າຜູ້ກ່ຽວບໍ່ມີອາການພະຍາດໂຄວິດ-19.
ແຕ່ຕ້ອງຈະໄດ້ສືບຕໍ່ປະຕິບັດຕາມຄໍາສັ່ງຂອງຂັ້ນເທີງເປັນຕົ້ນແມ່ນ ຫ້າມຈັດກິດຈະກໍາ ຫຼື ໂຮມຊຸມນຸມຕ່າງໆເປັນຈຸດ, ເປັນກຸ່ມ, ຫ້າມອອກ-ເຂົ້າເມືອງໃນຊ່ວງໄລຍະປິດເມືອງ, ຕ້ອງປະບັດວິທີປ້ອງກັນຢ່າງເຂັ້ມງວດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comentarios