top of page
Search

ໄຈ້ແຍກຄວາມໝາຍຂອງ ຄຳວ່າ ແຈ້ງ ແລະ ຮຸ່ງ ໃນພາສາລາວ.

  • Writer: Superphil Phil
    Superphil Phil
  • Aug 14, 2020
  • 1 min read

ໄຈ້ແຍກຄວາມໝາຍຂອງ ຄຳວ່າ ແຈ້ງ ແລະ ຮຸ່ງ ໃນພາສາລາວ. ມີຫຼາຍຄໍາສັບໃນພາສາລາວທີ່ຂຽນ ແລະ ສະກົດຕ່າງກັນ ແຕ່ວ່າຄວາມໝາຍຄ້າຍຄືກັນ ບາງຄັ້ງກໍ່ຈໍາແນກບໍ່ອອກວ່າຄວນໃຊ້ຄໍາສັບໃດດີ, ສາເຫດໜຶ່ງກໍ່ແມ່ນຈາກຄວາມລື້ງເຄີຍຂອງຄົນລາວ ພໍ່ແມ່ພາເວົ້າແນວໃດກໍ່ເວົ້ານໍາກັນມາເລີຍ ຈົນບໍ່ຮູ້ວ່າການໃຊ້ຄໍາສັບນັ້ນໆມັນຖືກຕ້ອງຕາມຮູບປະໂຫຍກແລ້ວ ຫຼືບໍ່.  ຕອນນີ້ເຮົາຈະຍົກເອົາຄຳວ່າ ແຈ້ງ ແລະ ຮຸ່ງ ເຊິ່ງສອງຄໍານີ້ ຄົນສ່ວນຫຼາຍໃຊ້ຫຼົງກັນ, ໃນຄວາມຈິງແລ້ວມັນກໍ່ມີຄວາມໝາຍໃກ້ຄຽງກັນຢູ່ ຖ້າໃຊ້ໃນຮູບແບບຂອງຄໍາຄຸນນາມ ແຕ່ວ່າມັນກໍ່ມີຄວາມແຕກຕ່າງກັນ ຖ້າຫາກໃຊ້ໃນຮູບແບບຄໍາກໍາມະ, ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ.ທອງຄໍາ ອ່ອນມະນີສອນ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວໃຫ້ຖືກຕ້ອງໄດ້ດັ່ງນີ້:

DooDiDo

ຄຳວ່າ ແຈ້ງ. ແຈ້ງ (ຄໍາກໍາມະ) ມີຄວາມໝາຍວ່າ: ບອກ, ສະແດງໃຫ້ຮູ້. ຕົວຢ່າງ: ນັກຮຽນກະລຸນາແຈ້ງລາຍຊື່ຂອງຕົນກອ່ນເຂົ້າຫ້ອງເສັງ. ລັດຖະບານແຈ້ງການໃຫ້ເຮັດວຽກຢູ່ເຮືອນເພື່ອປ້ອງກັນການແຜ່ລະບາດຂອງພະຍາດ covid-19. ແຈ້ງ (ຄໍາຄຸນນາມ) ມີຄວາມໝາຍວ່າ: ສະຫວ່າງ, ຄັກ, ແນ່ ຄຳວ່າ ຮຸ່ງ. ຮຸ່ງ (ຄໍາກໍາມະ) ມີຄວາມໝາຍວ່າ ຄະນຶງ, ຄຶດເຖິງ ຫຼືເອີ້ນວ່າ ຮຸ່ງຮູ້ ຕົວຢ່າງ: ໃຈຍິງນີ້ຮຸ່ງຮູ້ຫາຊາຍຜູ້ເປັນທີ່ຮັກສະເໝີບໍ່ວ່າຈະຢູ່ແຫ່ງຫົນໃດ. ຮຸ່ງ (ຄໍາຄຸນນາມ) ມີຄວາມໝາຍວ່າ ສະຫວ່າງ, ແຈ້ງ, ສ່ອງໃສ, ສຸກໃຈ, ເຫັນຄັກ. ຕົວຢ່າງ: ຝົນເຊົາຕົກ ທ້ອງຟ້າກໍ່ຮຸ່ງມາທັນທີ. ນອກຈາກນັ້ນ, ຄໍາວ່າຮຸ່ງ ເມື່ອປະສົມກັບຄໍາອື່ນໆກໍ່ຈະແປເປັນຫຼາຍຄວາມໝາຍທີ່ແຕກຕ່າງກັນເຊັ່ນ: ຮຸ່ງຄີງ ໝາຍເຖິງ ຮູ້ສຶກໂຕ ຮຸ່ງຄໍ່າ ໝາຍເຖິງ ຍາມເຊົ້າ ແລະ ຍາມຄໍ່າ ຮຸ່ງຈວນ ໝາຍເຖິງເວລາໃຫ້ຮຸ່ງ ພາສາລາວຄຳວ່າ ແຈ້ງ ແລະ ຮຸ່ງ ມີຄວາມໝາຍດຽວກັນບໍ່? ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page