top of page
Search

ໃຫ້ທົ່ວປະເທດຮ່ວມເປັນເຈົ້າການປະຕິບັດມາດຕະການຜ່ອນຜັນ.

  • Writer: Superphil Phil
    Superphil Phil
  • Aug 8, 2020
  • 1 min read

ໃຫ້ທົ່ວປະເທດຮ່ວມເປັນເຈົ້າການປະຕິບັດມາດຕະການຜ່ອນຜັນ. ຈາກການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ໃນກອງປະຊຸມປຶກສາຫາລືກ່ຽວກັບວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນວັນທີ 5 ສິງຫາ 2020, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານຕື່ມ ເປັນຕົ້ນສືບຕໍ່ການຈັດຕັ້ງປະຕິບັດບັນດາມາດຕະການ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ. ຫ້ອງວ່າການສຳນັກງານນນາຍົກລັດຖະມົນຕີ ໄດ້ອອກແຈ້ງການດ່ວນ ເຖິງບັນດາລັດຖະມົນຕີ, ອົງການທຽບເທົ່າ ແລະ ເຈົ້າຄອງ, ເຈົ້າແຂວງໃນທົ່ວປະເທດ ໃຫ້ມີທິດຊີ້ນຳເພີ່ມເຕີມກ່ຽວກັບການສືບຕໍ່ເພີ່ມທະວີມາດຕະການຜ່ອນຜັນ, ປ້ອງກັນ ແລະຄວບຄຸມ, ສະກັດກັ້ນ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ວັນທີ 7 ສິງຫາ 2020 ມື້ນີ້ ແລະ ໃຫ້ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ree
ພາບ: laoedaily.com.la

ໃນນີ້ແມ່ນມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບຄະນະສະເພາະກິດທ້ອງຖິ່ນ ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ກໍລະນີພົບເຫັນຜູ້ລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ ແມ່ນໃຫ້ນຳໂຕໄປກວດຫາເຊື້ອ ແລ້ວກັກບໍລິເວນຢູ່ໂຮງແຮມ ຫຼື ສູນ ທີ່ລັດຈັດສັນໄວ້, ທັງໃຫ້ດໍາເນີນມາດຕະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກຳນົດ; ພ້ອມນັ້ນກໍໃຫ້ປະກາດອອກຂ່າວສູ່ສັງຄົມ ເພື່ອຮັບຊາບຢ່າງກວ້າງຂວາງ. ມອບໃຫ້ກະຊວງປ້ອງກັນຄວາມສະຫງົບສົມທົບກັບນະຄອນຫຼວງວຽງຈັນ ແລະບັນດາແຂວງທົ່ວປະເທດໃຫ້ຕິດຕາມກວດກາ ແລະ ຄຸ້ມຄອງຮ້ານບັນເທິງ, ຮ້ານຄາລະໂອເກະ, ຮ້ານເຫຼົ້າ-ເບຍ ທີ່ລັດຖະບານໄດ້ສັ່ງໃຫ້ປິດຊົ່ວຄາວ ແລ້ວນັ້ນ, ຖ້າກວດພົບເຫັນຮ້ານໃດ ຍັງລະເມີດ ແລະ ບໍ່ປະຕິບັດຕາມຄຳສັ່ງຂອງລັດຖະບານ ແມ່ນໃຫ້ດຳເນີນການຕັກເຕືອນ, ປັບໃໝ, ຫາກຍັງຝ່າຝືນຢູ່ ແມ່ນໃຫ້ດຳເນີນມາດຕະການລົບລ້າງໃບອະນຸຍາດການດຳເນີນທຸລະກິດແລະ ລົບລ້າງໃບທະບຽນວິສາຫະກິດຕາມຂັ້ນຕອນ. ແຈ້ງການດ່ວນ! ໃຫ້ສຶບຕໍ່ການປະຕິບັດມາດຕະການຜ່ອນຜັນໂຄວິດ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page