top of page
Search

ໂຮງ​ຮຽນ​ກິນນອນ​ຊົນ​ເຜົ່າ​ໄດ້​ຮັບ​ອຸປະກອນການຮຽນ​ຊ່ວຍ​ເຫຼືອ​ໂດຍມູນນິທິມາຣຸເບນີ.

  • Writer: Superphil Phil
    Superphil Phil
  • Sep 20, 2020
  • 1 min read

ໂຮງ​ຮຽນ​ກິນນອນ​ຊົນ​ເຜົ່າ​ໄດ້​ຮັບ​ອຸປະກອນການຮຽນ​ຊ່ວຍ​ເຫຼືອ​ໂດຍມູນນິທິມາຣຸເບນີ. ການ​ຊ່ວຍ​ເຫຼືອ​ດ້ານ​ການ​ສືກ​ສາ​ຍັງ​ມີ​ຄວາມ​ຕ້ອງ​ການ​ຫລາຍ​ໃນ ສ​ປ​ປ​ ລາວ, ເນືອງ​ຈາກ​ທີ​ຫລາຍ​ເຂດ​ຍັງ​ມີ​ຄວາມ​ຂາດ​ເຂີນ​ຫລາຍ​ຢູ່, ໂດຍ​ສະ​ເພາະ​ແມ່ນ​ໂຮງ​ຮຽນ​ເຂດ​ຊົນ​ນະ​ບົດ ຫ່າງ​ໄກ​ຊອກ​ຫລີກ, ການ​ເຂ​ົ້າ​ຫາ​ການ​ສືກ​ສາ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຢູ່ ແລະ ຂາດ​ເຂີນ​ອຸ​ປະ​ກອນ​ການ​ຮຽນ​ຫລາຍ​ຢູ່ ເຊິງ ມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ ລາວ (ມມສລ) ໄດ້ໃຫ້ການຊ່ວຍເຫຼືອນັກຮຽນຊົນເຜົ່າ ຢູ່ແຂວງສະຫວັນນະເຂດ ເປັນປີທີ 13 ແລ້ວ. ເຊິ່ງໃນປີນີ້ ທາງມູນນິທິ ມາຣຸເບນີ ໄດ້ໃຫ້ການຊ່ວຍເຫຼືອເປັນອຸປະກອນການຮຽນ ແລະ ຊຸດນັກຮຽນ ໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາຫວັນນະເຂດ ມູນຄ່າທັງໝົດ 85 ລ້ານກວ່າກີບ.  ພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ຈັດຂຶ້ນວັນທີ 17 ກັນຍາ 2020 ທີ່ນະຄອນໄກສອນ ພົມວິຫານ ໃຫ້ກຽດມອບໂດຍທ່ານ ຄາຊຸມິເນ ຄິຄຸຕະ ຄະນະບໍລິຫານງານມູນນິທິ ມາຣຸເບນີ ເພື່ອສົ່ງເສີມການສຶກສາຢູ່ ສປປ ລາວ ທັງເປັນຜູ້ຈັດການ ຫ້ອງການມາຣຸເບນີ ປະຈຳນະຄອນຫຼວງວຽງຈັນ

ພາບ: vientianemai.net.

    ກ່າວຮັບໂດຍທ່ານ ສົມລິດ ອຸ່ນທະວີ ອໍານວຍການ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາຫວັນນະເຂດ, ມີທ່ານ ຖາວອນ ອິນສີຊຽງໃໝ່ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງສະຫວັນນະເຂດ ມີພາກສ່ວນກ່ຽວຂ້ອງ ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ທ່ານ ຄາຊຸມິເນ ຄິຄຸຕະ ກ່າວວ່າ: ມູນນິທິມາຣຸເບນີ ເພື່ອສົ່ງເສີມການສຶກສາ ຢູ່ ສປປ ລາວ ສ້າງຕັ້ງຂຶ້ນ ໃນປີ 2008 ເນື່ອງ ໃນໂອກາດສະເຫຼີມມສະຫຼອງວັນສ້າງຕັ້ງບໍລິສັດ ມາຣຸເບນີ ຄໍໂປ ເຣຊັນ (ຍີ່ປຸ່ນ) ຄົບຮອບ 150 ປີ ເຊິ່ງປີນີ້ ເປັນປີທີ 13 ທີ່ທາງມູນນິທິມາຣຸເບນີ ໄດ້ໃຫ້ການຊ່ວຍເຫຼືອໂຮງຮຽນສາມັນກິນນອນຊົນເຜົ່າ ຢູ່ແຂວງສະຫວັນນະເຂດ. ​ມູນ​ນິ​ທິ​ມາ​ຣຸ​ເບ​ນີ​ຊ່ວຍ​ເຫລືອ​ອຸ​ປະ​ກອນ​ການ​ຮຽນ​ໃຫ້​ໂຮງ​ຮຽນ​ຊົນ​ເຜົ່າ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page