top of page
Search

ໂອກາດສິນຄ້າໄທບຸກຕະຫຼາດລາວຍັງເປີດກ້ວາງ.

  • Writer: Superphil Phil
    Superphil Phil
  • Aug 14, 2020
  • 1 min read

ໂອກາດສິນຄ້າໄທບຸກຕະຫຼາດລາວຍັງເປີດກ້ວາງ. ມີບົດຄວາມຈາກເຟສບຸກເພຈ K AEC PLUS ໄດ້ຂຽນກ່ຽວກັບການນຳສິນຄ້າໄທບຸກຕະຫຼາດລາວໄວ້ຢ່າງໜ້າສົນໃຈການຂະຫຍາຍທຸລະກິດຂອງໄທໃນລາວຍັງມີໂອກາດສູງ ເນື່ອງຈາກສະຖິຕິໃນຊ່ວງໄລຍະເວລາ 10 ທີ່ຜ່ານມາ ເສດຖະກິດໃນ ສປປ ລາວ ເຕີບໂຕຂຶ້ນຢ່າງຕໍ່ເນື່ອງສະເລ່ຍສູງເຖິງ 7.7% ເຮັດໃຫ້ກາຍເປັນປະເທດໜຶ່ງໃນເຂດອາຊຽນທີ່ນັກລົງທຶນໃຫ້ຄວາມສົນໃຈ. ເນື່ອງຈາກຂໍ້ຈຳກັດດ້ານການຜະລິດພາຍໃນປະເທດລາວ ເຮັດໃຫ້ສິນຄ້າເກືອບທັງໝົດທີ່ວາງຂາຍນັ້ນຕ້ອງນຳເຂົ້າມາຈາກປະເທດໄທ ແລະ ຈີນ ເຊິ່ງຖ້າຫາກປຽບທຽບກັນລະຫວ່າງໂອກາດຂອງໄທ ແລະ ຈີນ ແລ້ວນັ້ນ ຖືວ່າໄທຍັງມີໂອກາດໄດ້ປຽບຢູ່ຫຼາຍດ້ານບໍ່ວ່າຈະເປັນດ້ານການສື່ສານທາງພາສາ, ເມືອງໃຫຍ່ໆຂອງປະເທດລາວຕິດກັບຊາຍແດນໄທ ອີກທັງຄົນລາວກໍ່ເຊື່ອໝັ້ນໃນຄຸນນະພາບສິນຄ້າຂອງໄທ.

ພາບ: laopost.com

ຄົນລາວທີ່ມີລາຍຮັບສູງຍັງຄົງນິຍົມກັນຂ້າມໄປຝັ່ງໄທເພື່ອຊື້ສິນຄ້າ ເສື້ອຜ້າແຟຊັນຕ່າງໆ ຮ່ວມທັງເຄື່ອງອຸປະໂພກບໍ່ລິໂພກອື່ນໆເຊິ່ງເປັນໂອກາດທີ່ດີໃຫ້ຫລາຍໆທຸລະກິດໃນໄທສະມາດຂະຫຍາຍທຸລະກິດຢູ່ປະເທດລາວ, ສ້າງຕົວແທນຈ່ຳໜ່າຍ ແລະ ວິທີ່ການຕ່າງໆ, ຖ້າຈະໃຫ້ດີຄວນຈະເຂົ້າໄປສຳພັດຕົວຈິງເລີຍຈະໄດ້ຮູ້ລາຍລະອຽດຫລາຍຢ່າງເພື່ອຮູ້ເຖິງຄວາມເປັນໄປໄດ້ຂອງທຸລະກິດຕ່າງໆ. ສິນຄ້າໄທທີ່ໄດ້ຮັບຄວາມສົນໃຈໃນປະເທດລາວມີຫຼາກຫຼາຍ ໂດຍສະເພາະສິນຄ້າປະເພດອຸປະໂພກ-ບໍລິໂພກ ສິນຄ້າທີ່ໃຊ້ໃນຊີວິປະຈຳວັນເປັນສິນຄ້າທີ່ມີໂອກາດເຕີບໂຕສູງ ເຊັ່ນ: ອາຫານ, ຂະໜົມ,​ເຄື່ອງດື່ມ,ເສື້ອຜ້າ,​ເຄື່ອງປະດັບ,​ເຄື່ອງສຳອາງ,​ອາຫານສຸຂະພາບ,​ອາຫານປອດສານພິດ, ຂອງຕົບແຕ່ງບ້ານ, ອຸປະກອນແຕ່ງລົດ, ເຄື່ອງໃຊ້ໄຟຟ້າ, ເຄື່ອງອີເລັກໂທຣນິກ ແລະ ເຄື່ອງໃຊ້ໃນຄົວເຮືອນ. ສິນຄ້າໄທຍັງໄດ້ຮັບຄວາມນິຍົມຫລາຍໃນຕະຫຼາດລາວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page