top of page
Search

ໂຄວິດ – 19 ສ້າງວິກິດໃຫ້ກັບການບິນລາວ ພັກວຽກພະນັກງານຊົ່ວຄາວ

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read

ການລະບາດຂອງພະຍາດໂຄວິດ – 19 ສ້າງຜົນກະທົບໃຫ້ພາກທຸລະກິດເປັນວົງ ກວ້າງ ໂດຍສະເພາະການບິນລາວລາຍຮັບຫຼຸດລົງເກືອບ ເຄິ່ງ. ດັ່ງນັ້ນ, ເພື່ອປະຢັດລາຍຈ່າຍ ລັດວິສາຫະກິດການບິນລາວ ຈຳເປັນຕ້ອງໃຫ້ພະນັກງານພັກວຽກຊົ່ວຄາວ ໂດຍບໍ່ເອົາເງິນເດືອນຈົນກວ່າສະພາບຈະດີຂຶ້ນ. ພ້ອມນັ້ນ, ກໍໄດ້ໂຈະຖ້ຽວບິນໄປປະເທດທີ່ມີຄວາມສ່ຽງຂອງການລະບາດຂອງເຊື້ອພະຍາດດັ່ງກ່າວ.

ພາຍຫຼັງທີ່ເກີດມີການລະບາດຂອງ ພະຍາດໂຄວິດ – 19 ( COVID – 19 ) ເຮັດໃຫ້ລາຍຮັບຈາກການຂາຍປີ້ຍົນຫຼຸດລົງ 50%. ພ້ອມດຽວກັນ, ພວກເຮົາຍັງໄດ້ໂຈະຊົ່ວຄາວສຳລັບເສັ້ນທາງບິນໄປປະເທດທີ່ມີຄວາມສ່ຽງຄືໄປ ສປ ຈີນ ແລະ ສ.ເກົາຫຼີ. ສຳລັບຖ້ຽວບິນໄປ ສ.ເກົາຫຼີ ແມ່ນໄດ້ຢຸດແຕ່ວັນທີ 29 ກຸມພາເປັນຕົ້ນມາ, ສ່ວນເສັ້ນທາງບິນໄປ ສປ ຈີນ ແມ່ນໄດ້ຢຸດມາແຕ່ຕົ້ນເດືອນກຸມພາ ແຕ່ໄດ້ເລີ່ມເປີດຄືນບາງເສັ້ນທາງຄື ວຽງ ຈັນ – ຄຸນໝິງ 3 ຖ້ຽວຕໍ່ອາທິດ ( ເລີ່ມເປີດວັນທີ 1 ມີນາ 2020 ). ເຖິງຢ່າງໃດກໍຕາມ, ຈຳນວນຜູ້ໂດຍສານທຸກເສັ້ນບິນທັງພາຍໃນ ແລະ ຕ່າງປະເທດແມ່ນສືບຕໍ່ຫຼຸດລົງ ເນື່ອງຈາກຜູ້ໂດຍສານທີ່ເປັນນັກທ່ອງທ່ຽວແມ່ນຫຼຸດລົງຫຼາຍ.


ປັດຈຸບັນ ລັດວິສາຫະກິດການບິນລາວ ມີພະນັກງານທັງໝົດ 1 ພັນກວ່າຄົນ. ດັ່ງນັ້ນ, ເພື່ອເປັນການປະຢັດລາຍຈ່າຍໃນເບື້ອງຕົ້ນ ພວກເຮົາໄດ້ລະດົມໃຫ້ພະນັກງານ ໂດຍສະເພາະແມ່ນໜ່ວຍງານໃດທີ່ບໍ່ໄດ້ເຮັດໜ້າທີ່ໂດຍກົງຕໍ່ຄວາມປອດໄພການບິນ ພວກເຮົາໄດ້ລະດົມພັກຊົ່ວຄາວໂດຍທີ່ບໍ່ເອົາເງິນເດືອນຈົນກວ່າສະພາບຈະດີຂຶ້ນ ເຊິ່ງຂໍ້ສະເໜີດັ່ງກ່າວບັນດາພະນັກງານແມ່ນໃຫ້ຄວາມຮ່ວມມື ແລະ ມີຄວາມຕື່ນຕົວຍິນດີທີ່ຈະພັກ ກວມເອົາ 30% ຂອງພະນັກງານທັງໝົດ.





ສ່ວນຕົວເລກຜູ້ຕິດເຊື້ອມາຮອດວັນທີ 5 ມີນາ 2020 ຍັງເພີ່ມຂຶ້ນຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຈຳນວນຜູ້ຕິດເຊື້ອທົ່ວໂລກທັງໝົດ 95.266 ຄົນ ( ເພີ່ມຂຶ້ນ 2.137 ຄົນ ), ເສຍຊີວິດ 3.285 ຄົນ ( ເພີ່ມຂຶ້ນ 87 ຄົນ ), ປິ່ນປົວຫາຍດີ 53.215 ຄົນ ( ເພີ່ມຂຶ້ນ 2.534 ຄົນ ), ສ່ວນຢູ່ ສປປ ລາວ ພົບກໍລະນີສົງໄສທັງໝົດ 53 ກໍລະນີ ແຕ່ຜົນກວດແມ່ນບໍ່ພົບເຊື້ອ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page