top of page
Search

ໂຄວິດ 19 ສ້າງຜົນກະທົບໃຫ້ກັບເສດຖະກິດ ໃນນະຄອນຫຼວງວຽງຈັນ

  • Writer: Superphil Phil
    Superphil Phil
  • May 5, 2020
  • 1 min read

ຜົນກະທົບຕໍ່ທຸລະກິດ ຂອງ ໂຄວິດ 19 ຢູ່ນະຄອນຫຼວງວຽງຈັນ

​ເນື່ອງ​ຈາກວ່າການລະບາດຂອງພະຍາດໂຄວິດ 19 ສົ່ງຜົນກະທົບໜັກຈາກ​ຕໍ່ພາກສ່ວນທຸລະກິດ​, ໃນ​ເດືອນ​ທີ່​ຜ່ານ​ມາ ສະຖາບັນຄົ້ນຄວ້າ ເສດຖະກິດ ອຸດສາຫະກຳ ແລະການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ ເຮັດການສຶກສາ ຄົ້ນຄວ້າເຖິງຜົນກະທົບຈາກ ພະຍາດໂຄວິດ 19 ລະບາດ ຕໍ່ທຸລະກິດຢູ່ນະຄອນຫຼວງວຽງຈັນ.

ພາບ: blogs-images.forbes.com

ໃນບົດຄົ້ນຄວ້າ ດັ່ງກ່າວ ຊີ້ໃຫ້ເຫັນວ່າ ຜູ້ປະກອບການ ຂາຍເຄື່ອງແຫ້ງນັ້ນໄດ້ຮັບຜົນກະໜ້ອຍກວ່າ ພາກສ່ວນອື່ນ ເພາະ ຍັງມີການສະໜອງ ເຄື່ອງຂອງ ເພື່ອຂາຍ ເກືອບວ່າຜົກກະຕິ ແລະ ການຊື້ ເຄື່ອງຂອງ ຈາກຮ້ານຂາຍເຄື່ອງ ຖືວ່າບໍ່ໄດ້ຫຼຸດລົງຫຼາຍ. ແຕ່ແນວໃດກໍຕາມ ຜູ້ທີ່ປະກອບທຸລະກິດ ການຂາຍເຄື່ອງນຸ່ງ ແມ່ນໄດ້ຮັບຜົນກະທົບຈະແຈ້ງ ເຊິ່ງ ບາງ ຄົນໄດ້ຮັບຜົນກະທົບສູງສຸດຮອດ 95% ເຊິ່ງເຫດຜົນກໍຄື ເຄື່ອງນຸ່ງ ແມ່ນສິ່ງຂອງທີ່ຈຳເປັນໜ້ອຍກວ່າ ອັນອື່ນ ໂດຍສະເພາະ ອາຫານ ການກິນ ບວກໃສ່ກັບ ບໍ່ມີງານບຸນ ເທດສະການຕ່າງໆ ຍິ່ງເຮັດ ໃຫ້ຍອດຂາຍຫຼຸດລົງຫຼາຍ ເຊິ່ງໂດຍລວມແລ້ວ ການຈຳໜ່າຍຫຼຸດລົງຮອດ 80%.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page