ໂຄວິດ-19 ລວມເປັນ 6 ຄົນແລ້ວ, ຫຼວງພະບາງ 2, ນະຄອນຫຼວງວຽງຈັນ 4
- Superphil Phil
- Mar 27, 2020
- 1 min read
ສປປ ລາວເປັນປະເທດທີ່ຫາກໍ່ພົບຜູ້ຕິດເຊື້ອໃນສອງສາມວັນທີ່ຜ່ານມາ ແລະ ກໍ່ໄດ້ເພີ່ມມາດຕາການໃນການເຟົ້າລະວັງຂື້ນເລີ້ອຍໆ.
ໃນຂະນະການຄົ້ນຄ້ວາ ແລະ ເຟົ້າລັງວັງການແພ່ລະບາດຂອງພະຍາດໂຄວິດ-19 , ຈ່ຳນວນຜູ້ຕິດເຊື້ອໃນລາວກໍ່ເລີມມີຈ່ຳນວນເພີ່ມຂື້ນຕືມອີກ ແລະ ກໍ່ເປັນທີກັງວົນກັນຫລາຍສຳລັບປະຊາຊົນພາຍໃນປະເທດ, ຫລ້າສຸດ ເມື່ອເວລາ 15:00 ໂມງຂອງມື້ວັນທີ່ (25 ມີນາ 2020), ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ ພົບຜູ້ຕິດເຊື້ອໂຄວິດ-19 ຢູ່ລາວເພີ່ມອີກ 3 ກໍລະນີ ໃນນັ້ນເປັນຄົນແຂວງຫຼວງພະບາງ 2 ກໍລະນີ ແລະ ຄົນນະຄອນຫຼວງວຽງຈັນ 1 ກໍລະນີ.

ພາບ: laoedaily.com.la
ສຳລັບກໍລະນີຕິດເຊື້ອໂຄວິດ-19 ທີ່ເປັນຄົນຫຼວງພະບາງ ຄະນະສະເພາະກິດລະບຸວ່າ ຄົນທຳອິດເປັນ ເພດຊາຍ ອາຍຸ 42 ປີ ອາຊີບຂັບລົດຮັບສົ່ງນັກທ່ອງທ່ຽວ ແລະ ຄົນທີ 2 ແມ່ນ ເພດຊາຍ ອາຍຸ 42 ປີ ອາຊີບຂັບລົດຮັບສົ່ງນັກທ່ອງທ່ຽວເຊັ່ນກັນ. ທັງນີ້ ທັງ 2 ກໍລະນີນີ້ຕິດເຊື້ອມາຈາກກໍລະນີທີ່ເປັນພະນັກງານນຳທ່ຽວເພດຍິງ ເຊິ່ງເປັນກໍລະນີທຳອິດຂອງລາວ.

ພາບ: Sanook Muan
ສ່ວນກໍລະນີຕິດເຊື້ອທີ່ເປັນຄົນນະຄອນຫຼວງວຽງຈັນ ແມ່ນເປັນເພດຊາຍອາຍຸ 41 ປີ ອາໄສຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ມີປະຫັວດການສຳຜັດກັບກໍລະນີຕິດເຊື້ອກ່ອນໜ້ານີ້ ນັ້ນກໍຄືຜູ້ຕິດເຊື້ອຄົນທີ 3.
ມາຮອັດປັດຈຸບັນ ມີຜູ້ຕິດເຊື້ອໂຄວິດ-19 ຢູ່ລາວລວມທັງໝົດ 6 ລາຍ ໃນນັ້ນ 4 ລາຍເປັນຄົນນະຄອນຫຼວງວຽງຈັນ ແລະ 2 ລາຍເປັນຄົນຫຼວງພະບາງ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments