top of page
Search

ໂຄງການຮຽນອ່ານມອບປຶ້ມນິທານສົ່ງເສີມການອ່ານໃນ​ວັນລຶບລ້າງການກືກໜັງສື.

  • Writer: Superphil Phil
    Superphil Phil
  • Sep 19, 2020
  • 1 min read

Updated: Sep 21, 2020

ໂຄງການຮຽນອ່ານມອບປຶ້ມນິທານສົ່ງເສີມການອ່ານໃນ​ວັນລຶບລ້າງການກືກໜັງສື. ໃນ​ວັນ​ທີ່ 15 ກັນ​ຍາ 2020 ທີ່​ຜ່ານ​ມາ ທີ່ໂຮງຮຽນປະຖົມສົມບູນສະກ້າ ເມືອງໂພນໂຮງ ແຂວງວຽງຈັນໄດ້​ມີ​ການ​ຈັດ​ງານ​ວັນ​ລຶບ​ລ້າງ​ການ​ກືກ​ໜັງ​ສື​ສາ​ກົນ​ຂື້ນ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ (USAID) ໂຄງການຮຽນອ່ານ ໄດ້ມອບປຶ້ມນິທານສົ່ງເສີມການອ່ານ ໃຫ້ກະຊວງສຶກສາທິການ ແລະ ກີລາ ຈໍານວນ 81.813 ຫົວ.  ໃນ​ການ​ມ​ອບ​ປື້ມ​ຄັ້ງ​ນີ້​ແມ່ນ​ການມອບຂອງໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມີຣິກາປະຈໍາລາວ ຕາງໜ້າຮັບຂອງທ່ານນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ກະຊວງສຶກສາທິການ ແລະ ກີລາ ມີທ່ານ ບຸນສອນ ເພັດລາວັນຮອງເຈົ້າແຂວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນກ່ຽວຂ້ອງປະຈໍາລາວ ຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ອໍານາດການປົກຄອງບ້ານ ແລະ ນັກຮຽນເຂົ້າຮ່ວມຫຼາຍກວ່າ 100ຄົນ ໃນວັນສາກົນແຫ່ງການລຶບລ້າງການກືກໜັງສື ວັນທີ 15 ກັນຍາ 2020 ທີ່ໂຮງຮຽນປະຖົມສົມບູນສະກ້າເມືອງໂພນໂຮງ ແຂວງວຽງຈັນ.


https://doodido.com/
ພາບ: vientianemai.net.

ປຶ້ມນິທານທີ່ມອບຄັ້ງນີ້ ປະກອບມີປຶ້ມນິທານສໍາລັບຊັ້ນຫ້ອງກຽມປະຖົມ ແລະ ຊັ້ນປະຖົມປີທີ 1 ເຊິ່ງຈະຖືກແຈກຢາຍໃຫ້ຫ້ອງກຽມປະຖົມ 227 ຫ້ອງ ແລະ ໂຮງຮຽນປະຖົມ 584 ແຫ່ງ ໃນ​ຂອບ​ເຂດ​ທົວ​ປະ​ເທດ. ໂຄງການຮຽນອ່ານ ໄດ້ພັດທະນາ ຈັດພິມ ແຈກຢາຍປຶ້ມນິທານ ແລະ ອຸປະກອນການຮຽນ-ການສອນ ໂດຍຜ່ານການປຶກສາຫາລືຮ່ວມກັບກະຊວງສຶກສາທິການ ແລະ ກີລາ ແລະ ບັນດາຜູ້ມີສ່ວນຮ່ວມຫຼັງຈາກພວກອື່ນໆ ຄູ່ຮ່ວມຈັດຕັ້ງປະຕິບັດຂອງໂຄງການຮຽນອ່ານ ລວມມີອົງການຊ່ວຍເຫຼືອເດັກສາກົນ ອົງການຣູມທູຣິດ ແລະ ອົງການເພື່ອມະນຸດສະທໍາ. USAIDມອບປຶ້ມນິທານສົ່ງເສີມການອ່ານໃນວັນລຶບລ້າງການກືກໜັງສື ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page