ໂຄງການກໍ່ສ້າງເສັ້ນທາງເຂົ້າຖ້ຳຈອມອອງ ແຂວງອຸດົມໄຊ ໃກ້ສຳເລັດແລ້ວ
- Superphil Phil
- Jun 16, 2020
- 1 min read
ການກໍ່ສ້າງເສັ້ນທາງເຂົ້າຫາຖຳ້ຈອມອອງ ໃກ້ຈະສຳເລັດແລ້ວ. ແຂວງອຸດົມໄຊ ມີແຫລ່ງທ່ອງທຽວທຳມະຊາດທີ່ສວຍງາມຫລາຍແຫ່ງ, ທີ່ຫລາຍໆຄົນອາດຈະຮູ້ໃນປະຈຸບັນກໍ່ຄົງຈະບໍ່ພົ້ນສະຖານທີ່ທ່ອງທຽວທຳມະຊາດ ຍໍລະປາ, ນອກຈາກນັ້ນກໍ່ຍັງມີຫລາຍໆແຫລ່ງທ່ອງທຽວ ແລະ ຖ້ຳຈອມອອງເອງກໍ່ແມ່ນຖ້ຳໜຶ່ງທີ່ສວຍງາມຫລາຍ ແລະ ໜ້າທ່ອງທຽວ, ແຕ່ການທີ່ຈະໃຫ້ນັກທ່ອງທຽວເຂົ້າເຖິງກໍ່ຕ້ອງໄດ້ສ້າງເສັ້ນທາງໃນການເຂົ້າເຖິງກ່ອນ, ແລະ ປະຈຸບັນການກໍ່ສ້າງກໍ່ໃກ້ຈະສຳເລັດແລ້ວ. ຕອນບ່າຍວັນທີ 9 ມິຖຸນາຜ່ານມານີ້ ຄະນະຮັບຜິດ ຊອບໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການ ທ່ອງທ່ຽວຖ້ຳຈອມອອງ ຮ່ວມກັບພະແນກ ການທີ່ກ່ຽວຂ້ອງ ແລະ ບໍລິສັດທີ່ປຶກສາໄດ້ລົງເຄື່ອນໄຫວຕິດ ຕາມ, ກວດກາ, ຊຸກຍູ້ ແລະ ແນະນຳການຈັດຕັ້ງປະຕິບັດການກໍ່ສ້າງເສັ້ນທາງປູຢາງເຂົ້າຫາຖ້ຳຈອມອອງ ແລະ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການ ທ່ອງທ່ຽວທີ່ຮັບພິຊອບການພັດທະນານັ້ນກ່ຳລັງກໍ່ສ້າງ ແລະ ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງປູຢາງເຂົ້າ ຫາຖ້ຳຈອມອອງ ເມືອງໄຊ ແຂວງອຸດົມໄຊ, ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ ໃກ້ຈະສຳເລັດແລ້ວ.
ໂຄງການກໍ່ສ້າງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວຖ້ຳຈອມອອງ ຜູ້ຮັບເໝົາບໍລິສັດຈິດຈະ ເລີນກໍ່ສ້າງ ຈຳກັດເປັນໂຄງການ ທີ່ມີຄວາມສຳຄັນເປັນຢ່າງຍິ່ງ ໃນການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງ ທ່ຽວ ແລະ ປະກອບສ່ວນແກ້ໄຂຊີວິດການເປັນຢູ່ຂອງປະ ຊາຊົນພາຍໃນແຂວງອຸດົມໄຊໃຫ້ດີຂຶ້ນເທື່ອລະກ້າວ, ເສັ້ນທາງປູ ຢາງຈາກບ້ານຫ້ວຍອຸ່ນຫາ ຖ້ຳຈອມອອງ (ບ້ານຈອມອອງ) ມີຄວາມຍາວທັງໝົດ 40 ກິໂລແມັດ, ກວ້າງ 5 ແມັດ, ປູຢາງ 2 ຊັ້ນ, ມີແລວທາງຜ່ານ 11 ບ້ານ ແລະ ເສັ້ນທາງດັ່ງກ່າວມີຫຼາຍບ້ານທີ່ໄດ້ຮັບຜົນປະໂຫຍດໃນການຊົມໃຊ້, ສັນຈອນແລກປ່ຽນສິນຄ້າ ແລະ ການເຂົ້າເຖິງຕົວເມືອງສະດວກຂຶ້ນ. ການສ້າງເສັ້ນທາງເຂົ້າຫາຖຳ້ຈອມອອງ ໃກ້ຈະສຳເລັດແລ້ວ. ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments