ໂຄງ; ໂຄງສ້າງ; ໂຄງການ ອະທິບາຍຄວາມໝາຍແຕ່ລະຄຳ
- Superphil Phil
- Apr 15, 2020
- 1 min read
ມາຮູ້ຈັກກັບຄໍາວ່າ: ໂຄງ; ໂຄງສ້າງ; ໂຄງການ.
ເຮົາຈະມາອະທິບາຍຄຳເຫລົ່ານີ້ແບບຄອນຄ້າງລະອຽດກ່ຽວກັບຄວາມໝາຍຂອງພາສາລາວເຊິງເຮົາຄົງເຄີຍໄດ້ຍິນ ແລະ ໄດ້ໃຊ້ເປັນປະຈຳຢູ່ແລ້ວໃນວຽກງານຕ່າງໆ.

ຄໍາວ່າ: “ໂຄງ” ໝາຍເຖິງ ສິ່ງຄໍ້າຊູຮ່າງກາຍຂອງຄົນ;ຂອງສັດຕ່າງໆ ທີ່ມີແບບ ມີຊົງແຕກຕ່າງກັນໄປຄົນລະໂມດລະຊົງ ເຊິ່ງສາມາດບົ່ງບອກໄດ້ວ່າອັນໃດແມ່ນໂຄງຮ່າງຂອງຄົນ ອັນໃດແມ່ນໂຄງຮ່າງສັດແຕ່ລະຊະນິດ ເຊິ່ງສາມາດຈໍາແນກໄດ້ຢ່າງແນ່ນອນ ຊັດເຈນເພາະຮ່າງກາຍຂອງຄົນ ຂອງສັດແຕ່ລະຊະນິດຈະມີຄວາມແຕກຕ່າງກັນ ເຊິ່ງມັນໄດ້ມີການກໍານົດຮູບຮ່າງອັນແນ່ນອນຢ່າງເປັນທໍາມະຊາດຂອງມັນມາແຕ່ກໍາເນີດເຊັ່ນ: ໂຄງກະດູກຂອງຄົນເມື່ອຕາຍໄປກໍ່ຍັງສາມາດຮູ້ໄດ້ວ່າແມ່ນຄົນ; ສັດແຕ່ລະຊະນິດເມື່ອຕາຍໄປເຫຼືອແຕ່ໂຄງກະດູກ ເຮົາກໍ່ຍັງສາມາດເບິ່ງອອກ ແລະ ຈໍາແນກໄດ້ວ່າແມ່ນໂຄງກະດູກຂອງສັດຊະນິດໃດ.
“ໂຄງສ້າງ” ໝາຍເຖິງ ໂຄງທີ່ຄົນເຮົາສ້າງຂຶ້ນມາເພື່ອຈຸດປະສົງໃນການກໍ່ສ້າງໃດໜຶ່ງຕາມວັດຖຸປະສົງທີ່ເຮົາຕ້ອງການ ມີແບບແຜນການກໍ່ສ້າງໄປຕາມໂຄງສ້າງທີ່ວາງໄວ້ ຫຼື ມີການອອກແບບ;ຄິດໄລ່ມາຢ່າງດີ ຊັດເຈນເພື່ອຈະດໍາເນີນການກໍ່ສ້າງໃຫ້ໄດ້ ຮູບຮ່າງ ຮູບຊົງຕາມທີ່ຕ້ອງການຕາມການອອກແບບໄວ້ເຊັ່ນ:ໂຄງສ້າງແບບເຮືອນ; ຫໍໂຮງ; ວັດວາອາຮາມ;ສ້າງຕຶກ; ຮູບປັ້ນຕ່າງໆ…ທີ່ເຮັດຈາກສີມືຂອງຄົນເຮົາ ສິ່ງເຫຼົ່ານີ້ເອີ້ນວ່າ:ໂຄງສ້າງ.
ໃນການອອກແບບໂຄງສ້າງການກໍ່ສ້າງໃນສະໄໝນີ້ແມ່ນມີນັກອອກແບບ ແລະ ຄິດໄລ່ທີ່ມີການຮຽນຈົບວິຊາສະເພາະມາຢ່າງຄັກແນ່ ເຊິ່ງມີການກໍານົດ ແລະ ຄິດໄລ່ມູນຄ່າຂອງການກໍ່ສ້າງໃຫ້ຊັດເຈນຫຼາຍຂຶ້ນ.
“ໂຄງການ” ໝາຍເຖິງ…
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments