top of page
Search

ແຮງງານລາວຫລັ່ງ​ໄຫລອອກຈາກສູນກັກກັນຫລັງ​ກັກ​ຕົວ​ຄົບ 14 ວັນ

  • Writer: Superphil Phil
    Superphil Phil
  • Apr 21, 2020
  • 1 min read

ໄຊພູທອງ ແຂວງສະຫວັນນະເຂດ ອະນຸຍາດໃຫ້ແຮງງານລາວ ອອກຈາກສູນກັກກັນ 2.500 ກວ່າຄົນ​ ຫຼັງຕິດຕາມຄົບ 14 ມື້

ຫຼັງຈາກ​ການຈັດຕັ້ງປະຕິບັດແຜນຄວບຄຸມການແຜ່ລະບາດ ພະຍາດອັກເສບປອດໂຄວິດ-19​ ມາແຕ່ວັນທີ​ 21 ມີນາ ຫາວັນທີ 20​ ເມສາ 2020 ເປັນຕົ້ນມາ ທາງທິມງານຄະນະສະເພາະກິດຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ ກໍໄດ້ຈັດສູນກັກກັນແຮງງານລາວທີ່ມາຈາກປະເທດທີ່ມີກຸ່ມສ່ຽງຕິດພະຍາດໂຄວິດ-19 ມີສູນກັກກັນທັງໝົດ 46 ສູນ​ ມີແຮງງານເຂົ້ານອນສູນທັງໝົດ 2.​507 ຄົນ​ ຍິງ 1.​246 ຄົນ​.


ພາບ​: kaomainews.com

ມາຮອດວັນທີ 19 ເມສາ 2020 ສູນກັກກັນຢູ່ແຕ່ລະສູນໄດ້ປະຕິບັດລະບຽບຂອງສູນຢ່າງເຂັ້ມງວດ ບັນດາແຮງງານລາວທີ່ຖືກກັກຕົວຢູ່ສູນແຕ່ລະແຫ່ງ ປະຕິບັດຄົບກໍານົດ 14 ວັນ ທາງທິມງານແພດໝໍປະຈໍາສູນ ກໍໄດ້ກວດກາສຸຂະພາບ ແລະ ອຸນນະພູມ ກ່ອນການກັບຄືນສູ່ຄອບຄົວ ກໍເຫັນວ່າບໍ່ມີອາການ

ສົງໄສ​ ມີສຸຂະພາບແຂງແຮງດີ ຈຶ່ງໄດ້ໃຫ້ແຮງງານອອກຈາກສູນເມືອຕິດຕາມອາການຢູ່ບ້ານຈໍານວນ 2.​504 ຄົນ ຍິງ 1.​244 ຄົນ ມີແຮງງານລາວອອກຈາກສູນແລ້ວມີຈໍານວນ 45 ສູນ​ ຍັງເຫຼືອພຽງສູນດຽວຄື: ບ້ານສີສະຫວ່າງໃຕ້ ທີ່ຍັງເຫຼືອມີແຮງງານຄ້າງສູນ 3 ຄົນ​ ຍິງ 2 ຄົນ ຈາກນັ້ນທາງທິມງານ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page