top of page
Search

ແຫລ່ງທ່ອງທ່ຽວເກືອບ 100 ແຫ່ງ ຂອງອັດຕະປືໄດ້ຮັບຜົນກະທົບຈາກໂຄວິດ.

  • Writer: Superphil Phil
    Superphil Phil
  • Jul 17, 2020
  • 1 min read

ແຫລ່ງທ່ອງທ່ຽວເກືອບ 100 ແຫ່ງ ຂອງອັດຕະປືໄດ້ຮັບຜົນກະທົບຈາກໂຄວິດ. ຕາມການລາຍງານຂອງແຫລ່ງຂ່າວເສດຖະກິດການຄ້າວ່າ: ການລະບາດຂອງໂຄວິດເຮັດໃຫ້ແຂວງອັດຕະປື ທີ່ຕັ້ງເປົ້າດຶງດູດເອົານັກທ່ອງທ່ຽວເຂົ້າມາແຂວງທັງໝົດ 1,7 ພັນຄົນ ໂດຍຄາດຄະເນລາຍຮັບ 63,25 ຕື້ກີບ ແຕ່ໃນຕົວຈິງຂອງ 6 ເດືອນຕົ້ນປີ ມີນັກທ່ອງທ່ຽວເຂົ້າມາພຽງແຕ່ 35.819 ຄົນ ທຽບໃສ່ແຜນການປີບັນລຸໄດ້ພຽງ 21,07% ຖືກວ່າຫລຸດຄາດໝາຍ.

ພ​າບ: laoedaily.com.la

ທ່ານ ນາງ ບຸນນາມ ບຸນນະແສງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ຕໍ່ສື່ມວນຊົນໃນວັນທີ 8 ກໍລະກົດຜ່ານມາວ່າ: ສະພາບການທ່ອງທ່ຽວພາຍໃນແຂວງກັບການດໍາລົງຊີວິດແບບໃໝ່ທີ່ບໍ່ປົກກະຕິ ໄດ້ເຮັດໃຫ້ຫຼາຍໜ່ວຍງານໄດ້ຮັບຜົນກະທົບ ໂດຍສະເພາະໂຮງແຮມ, ເຮືອນພັກ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວເກືອບ 100 ແຫ່ງໄດ້ປິດບໍລິການ ເຮັດໃຫ້ຕົວເລກນັກທ່ອງທ່ຽວ 3 ເດືອນຕົ້ນປີ 2020 ຫຼຸດລົງຫຼາຍທຽບໃສ່ແຜນການປີ ບັນລຸໄດ້ພຽງ 13,84%, ໃນນີ້ນັກທ່ອງທ່ຽວພາຍໃນຫຼຸດລົງ 30% ແລະ ນັກທ່ອງທ່ຽວຕ່າງປະເທດຫຼຸດລົງ 90%. ທ່ານ ນາງ ບຸນນາມ ບຸນນະແສງ ກ່າວຕື່ມວ່າ: ໃນປີ 2020 ແຂວງອັດຕະປືຕັ້ງເປົ້າດຶງດູດເອົານັກທ່ອງທ່ຽວເຂົ້າມາແຂວງທັງໝົດ 170.000 ຄົນ ໂດຍຄາດຄະເນການມີລາຍຮັບຈາກນັກທ່ອງທ່ຽວທີ່ເຂົ້າມາແຂວງເຖິງ 63,25 ຕື້ກີບ ແຕ່ເມື່ອປະເຊີນກັບສະພາບການລະບາດຂອງໂຄວິດ – 19 ມາຮອດ 6 ເດືອນຕົ້ນປີ ມີນັກທ່ອງທ່ຽວເຂົ້າມາພຽງແຕ່ 35.819 ຄົນ ທຽບໃສ່ແຜນການປີບັນລຸໄດ້ພຽງ 21,07%. ເກືອບ 100 ແຫລ່ງທ່ອງທ່ຽວທີ່ອັດຕະປືຖືກກະທົບຈະໂຄວິດ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page