top of page
Search

ແຫລ່ງທ່ອງທ່ຽວທີ່ສວຍງາມຫລາຍກວ່າ 2000 ແຫ່ງໃນປະເທດລາວ

  • Writer: Superphil Phil
    Superphil Phil
  • Jun 11, 2020
  • 1 min read

ປະເທດລາວ ມີແຫລ່ງທ່ອງທ່ຽວຫລາຍກວ່າ 2000 ແຫລ່ງ

ເນື່ອງຈາກຊວງນີ້ຍັງຢູ່ໃນຊວງຂອງໂຄວິດ19 ແລະ ຫລາຍໆແຫລ່ງທ່ອງທ່ຽວໄດ້ໃຊ້ເວລາຊວງນີ້ປັບປຸ່ງສະຖານທີ່ຮ້ານອາຫານ ແລະ ອື່ນໆຂອງຕົວເອງເພື່ອກຽມພ້ອມສຳລັການທ່ອງທ່ຽວຫລັງຈາກໂຄວິດ, ແລະ ໄດ້ຄົ້ນພົບຂໍ້ມູນຂອງສຳນັກຂ່າວສານປະເທດລາວໄດ້ເປີດເຜີຍຂໍ້ມູນຂອງປີ 2017 ວ່າ ປະເທດລາວ ມີແຫລ່ງທ່ອງທ່ຽວທັງໝົດ ຫລາຍກວ່າ 2000 ແຫລ່ງ ພ້ອມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ປີ 2017 ​ແຫ​ລ່ງທ່ອງທ່ຽວ​​ທົ່ວ​ປະ​ເທດ​ມີ 2.104 ​ແຫ​ລ່ງ ​ໃນ​ນັ້ນ ​ເປັນ​ແຫ​ລ່ງທ່ອງ​ທ່ຽວ ​ທຳ​ມະ​ຊາດ1.194 ​ແຫ​ລ່ງ, ​ແຫ​ລ່ງທ່ອງ​ທ່ຽວ​ ທາງ​ວັດທະນະທຳ 628 ​ແຫ​ລ່ງ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ ​ທາງ​ປະຫວັດສາດ 282 ​ແຫ​ລ່ງ. ​ໃນ​ປີ 2016 ທົ່ວ​ປະ​ເທດ​ ສຳ​ເລັດ​ການ​ສຳ​ຫລວດ-ຈັດ​ສັນ ​ແລະ ກຳນົດ​ຂອບ​ເຂດ ​ແຫ​ລ່ງທ່ອງ​ທ່ຽວ​ໄດ້​ 12 ​ແຫ່ງ, ສຳ​​ເລັດ​ການ​ປັກ​ຫລັກ​ໝາຍ​ 20 ​ແຫ່ງ; ​ໃນ​ນັ້ນ​ ມີ​ແຫ​ລ່ງທ່ອງ​ທ່ຽວ ​ທີ່​ເປັນ​ບູລິມະສິດ 3 ​ແຫ່ງ ​ຄື:

ນ້ຳຕົກຕາດ​ຈຳປີ ທີ່​ເມືອງ​ປາກ​ຊ່ອງ​ ແຂວງ​ຈຳປາ​ສັກ, ຖ້ຳ​ປູ​ຄຳ ​ເມືອງ​ວັງ​ວຽງ ​ແຂວງ​ວຽງ​ຈັນ ​ແລະ ບໍ່​ນ້ຳ​ຮ້ອນ ​ເມືອງ​ຫົວ​ເມືອງ ​ແຂ​ວງຫົວພັນ.

ພາບ: laopost.com

ພ້ອມ​ດຽວ​ກັນ​, ຂ​ະແໜງ​ທ່ອງ​ທ່ຽວ ​ໄດ້​ປະຕິບັດ​ນະ​ໂຍບາຍ​ ການ​ມີ​ສ່ວນ​ຮ່ວມ ​ເພື່ອ​ພັດທະນາ​ການ ທ່ອງທ່ຽວ ​ໃຫ້​ມີ​ຄວາມ​ຍືນ​ຍົງ, ສົ່ງ​ເສີມ​ການທ່ອງທ່ຽວ ​ໃຫ້​ເປັນ​ວົງ​ຈອນ​ຄົບ​ຊຸດ, ທັນ​ສະ​ໄໝ ​ແລະ ຍືນ​ຍົງ; ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ຈາກ​ພາກ​ພື້ນ ​ແລະ ສົ່ງ​ເສີມ​ນັກ​ທ່ອງ​ທ່ຽວ​ ທີ່​ມີ​ລາຍ​ໄດ້​ສູງ ​ເຂົ້າ​ມາ​ທ່ອງ​ທ່ຽວ ​ໃຫ້​ຫລາຍ​ຂຶ້ນ​. ​ ເຊິ່ງປັດຈຸບັນ ​ທົ່ວ​ປະ​ເທດ ​ມີ​ດ່ານ​ສາກົນ 27 ​ແຫ່ງ ສາມາດ​ເອົາ​ວີ​ຊາ​ກັບ​ດ່ານ​ໄດ້ 22 ​ແຫ່ງ, ມີ​ສະໜາມ​ບິນ​ສາກົນ 4 ​ແຫ່ງ. ລັດຖະບານ​ ໄດ້​ເຊັນ​ສົນທິສັນ​ຍາ ​ຍົກ​ເວັ້ນວີ​ຊາ​ສອງ​ຝ່າຍ​ ໃຫ້​ກັບ 45 ປະ​ເທດ ແລະ ຍົກ​ເວັ້ນວີ​ຊາ​ຝ່າຍ​ດຽວ​ ກັບປະ​ເທດ ສ.​ເກົາ ຫລີ, ຍີ່ປຸ່ນ, ລຸກ​ຊຳ​ບວກ, ສະ​ວິດ​ເຊີ​ແລນ. ນອກ​ນີ້ ​ຍັງ​ໄດ້​ພັດທະນາ​ ໂຄງ​ລ່າງ​ພື້ນຖານ​ ຢ່າງ​ມະຫາສານ ​ເປັນ​ຕົ້ນ ​ປັບປຸງ​ສະໜາມ​ບິນ, ສ້າງ​ທາງ​ຄົມມະນາຄົມ​ໃຫ້​ເຊື່ອມ​ຈອດ​ກັນ​ ໃນ​ທົ່ວ​ປະ​ເທດ ​ແລະ ​ເຊື່ອມ​ຈອດ​ກັບ ປະ​ເທ​ດ​ເພື່ອນ​ບ້ານ​ໃກ້​ຄຽງ ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ ໃຫ້​ແກ່​ນັກ​ທ່ອງ​ທ່ຽວ ​ໃນ​ການ​ເຂົ້າ-ອອກ. ສປປ ລາວ ມີແຫລ່ງທ່ອງທ່ຽວຫລາຍກວ່າ 2000 ແຫລ່ງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page