top of page
Search

ແຫລ່ງ​ທ່ອງ​ທຽວ​ຕາດທຳ​ມະ​ຊາດ​ ຕາດນົກເຄົ້າ ແຂວງເຊກອງ

  • Writer: Superphil Phil
    Superphil Phil
  • May 8, 2020
  • 1 min read

Updated: May 13, 2020

ມາ​ແລ້ວ​ປະທັບໃຈ ແຫລ່ງ​ທ່ອງ​ທຽວ​ຕາດທຳ​ມະ​ຊາດ​ ຕາດນົກເຄົ້າ

ແຂວງເຊກອງ ມີຫຼາຍສິ່ງສາມາດອໍານວຍ ຄວາມສະດວກເປັນຕົ້ນ ຖະໜົນຫົນທາງຊ່ວຍເຮັດໃຫ້ຜູ້ຄົນທີ່ ເດີນທາງໄປມາໄດ້ສໍາຜັດກັບທໍາະຊາດ, ນໍ້າ ຕົກຕາດທີ່ສາມາດສ້າງ ຄວາມປະທັບໃຈແກ່ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດເປັນ ຈໍານວນບໍ່ໜ້ອຍ, ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວທີ່ສ້າງຂຶ້ນມາເອງ ຫຼື ທຳມະຊາດສ້າງມາ.

ໂດຍ ເຮົາຈະສາມາດສໍາຜັດກັບສິ່ງໃໝ່ໆ ແລະ ທໍາມະຊາດອັນໂດດເດັ່ນ ແລະ ສວຍສົດ ງົດງາມເພື່ອຜ່ອນຄາຍສະບາຍໃຈ. ດັ່ງຕາດນົກເຄົ້າ ຖືເປັນແຫຼ່ງທ່ອງທ່ຽວທາງ ທໍາມະຊາດທີ່ງົດງາມອີກ ແຫ່ງໜຶ່ງ ຂອງແຂວງເຊ ກອງທີ່ມີອາກາດສົດຊື່ນ ເໝາະແກ່ການພັກຜ່ອນຢ່ອນໃຈໃນຍາມວັນພັກໂດຍ ການໄປນັ່ງຊົມວິວສູບເອົາ ອາກາດສົດໆ

ແລະ ກິ່ນ ຫອມຂອງດອກຄັດເຄົ້າ, ຟັງ ສຽງນົກໜູປູປີກ, ຊຸມແຊວ ກິນເຂົ້າປ່າສາມັກຄີກັບຄອບຄົວ, ໝູ່ຄູ່ດ້ວຍຄວາມສຳລານໃຈ.

ຕາດນົກເຄົ້າ ເປັນສະຖານທີ່ທ່ອງທ່ຽວທາງທໍາ ມະຊາດທີ່ ກໍາເນີດເກີດຂຶ້ນຢູ່ ຕາມລໍາຫ້ວຍວີ, ມີນໍ້າໄຫຼ ຜ່ານຕະຫຼອດປີມີອາກາດ ເຢັນສົດຊື່ນ ແຕ່ຈະສັງເກດ ເຫັນວ່າ ທີ່ມີນັກທ່ອງທ່ຽວ ເຂົ້າ ໄປທ່ຽວຊົມຫຼາຍທີ່ສຸດ ແມ່ນ ໄລຍະລະດູແລ້ງເພາະ ໄລຍະ ດັ່ງກ່າວນໍ້າຈະໃສສະ ອາດແນມເຫັນສັດນໍ້ານາໆ ຊະນິດ ແລະ ກະແສນໍ້າກໍຈະ ບໍ່ໄຫຼແຮງ ເໝາະແກ່ການລົງໄປຫຼິ້ນນໍ້າເພື່ອຜ່ອນຄາຍຄວາມອິດເມື່ອຍ ແລະ ສໍາຄັນ ໄປກວ່ານັ້ນ ໃນບໍລິເວນອ້ອມ ຮອບຕາດ ຈະປົກຄຸມໄປດ້ວຍ ປ່າໄມ້ ພືດພັນທັນຍາຫານ ພ້ອມທັງເປັນແຫຼ່ງ ທໍາມາຫາກິນເພື່ອລ້ຽງຊີບໃນ ຊີ ວິດປະຈໍາວັນຂອງປະຊົນຢູ່່ແຖບນັ້ນນໍາອີກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page