top of page
Search

ແມ່​ຍິງ​ລາວ​ກັບ​ການ​ຜູກ​ພັນ​ກັບ​ເຄື່ອງ​ນຸ່ງ​ຜ້າແພ​ໄໝ

  • Writer: Superphil Phil
    Superphil Phil
  • Apr 8, 2020
  • 1 min read

ແມ່​ຍິງ​ລາວ​ກັບ​ການ​ຜູກ​ພັນ​ກັບ​ເຄື່ອງ​ນຸ່ງ​ຜ້າແພ​ໄໝ

ການຕຳ່ແຜ່ນແພ ແມ່ນສິ່ງທີ່ສະທ້ອງເຖິງວັດທະນະທຳລາວໄດ້ດີທີ່ສຸດ ແລະ ສິ່ງເປັນທີນິຍົມກັນຫຼາຍ ແມ່ນຜະລິດຕະພັນຕຳ່ດ້ວຍມືທີ່ໜ້າອັດສະຈັນ ຊຶ່ງເຮັດມາຈາກຝ້າຍ ແລະ ໄໝ ພື້ນບ້ານ.

ພາບ: muan.la

ເຄື່ອງນຸ່ງຫົ່ມແຜ່ນແພຂອງແມ່ຍິງລາວ ໂດຍທົ່ວໄປແລ້ວແມ່ນຈະຖືກອອກແບບລວດລາຍທີ່ມີຄວາມກ່ຽວພັນກັບເທດສະການທາງສາດສະໜາຕ່າງໆ, ນັບທັງຮູບແບບທີ່ຕິດພັນກັບການດຳລົງຊີວິດແບບ ດັ່ງເດີມ ແລະ ແບບປະສານກັບຍຸກສະໄໝ, ລວດລາຍຢູ່ໃນແຜ່ນແພຂອງຄົນຜະລິດແມ່ນເປັນສັນຍາລັກຂອງສິ່ງທີ່ເກົ່າແກ່ ແລະ ມີອາຍຸເປັນພັນໆປີມາແລ້ວເຊັ່ນ: ລາຍເພດສີ່ລ່ຽມ ທີ່ໝາຍເຖິງ ການປົກປ້ອງ ຈາກສິ່ງຊົ່ວຮ້າຍຕ່າງໆ, ນອກຈາກນັ້ນຍັງມີ ລາຍຮູບບັນດາສັດ ແລະ ຄົນເຊັ່ນ: ຄຸດ, ນາກ, ມັງກອນສອງຫົວ ຊຶ່ງແຕ່ລະສັດຕ່າງໆເຫຼົ່ານີ້ ເພາະມັນໝາຍວ່າເປັນສິ່ງຈະປົກປ້ອງຄຸ້ມຄອງນັ້ນເອງ.

ສິ່ງໜຶ່ງທີ່ເປັນໜ້າພາກພູມໃຈຂອງຄົນລາວ ກໍຄືແມ່ຍິງລາວທີ່ມີ ເອກະລັການນຸ່ງຖືສະເພາະທີ່ແຕກຕ່າງຈາກປະເທດອື່ນ, ໃນຂົງເຂດປະເທດລຸ່ມແມ່ນຳ້ຂອງເອງກໍມີຫຼາຍຊາດທີ່ແມ່ຍິງນຸ່ງສິ້ນບ່ຽງແພເຊັ່ນກັນ: ແຕ່ສັງເກດເບິ່ງຄັກໆແລ້ວ ສິ້ນ ແລະ ແພໄໝລາວແມ່ນມີຄວາມ ໂດດເດັ່ນ ແລະ ມີເອກະລັກສະເພາະເຊັ່ນ: ສິ້ນມີຫົວ, ມີຕີນ, ຕ່ຳດ້ວຍມື, ລວດລາຍກໍສື່ບອກຄວາມໝາຍ, ສິ້ນຂອງແມ່ຍິງແຕ່ລະເຜົ່າແຕ່ລະທ້ອງຖິ່ນກໍມີຈຸພິເສດແຕກຕ່າງກັນ, ແພບ່ຽງກໍມີຫຼາຍແບບ ແລະ ລວດລາຍ, ການບ່ຽງແພພັບເປັນສອງສາມຮອບເຂົ້າກັນ ເພື່ອນເຊື່ອງຂອບປາຍດ້າຍ ແລ້ວກໍນຳມາພາດບ່ຽງບ່າ ໂດຍປາຍສອງສົ້ນຂອງຜ້າບ່ຽງພາດທາງໜ້າ ແລະ ທາງຫຼັງ.

ຄວາມໝາຍທີ່ເຊື່ອງຊ້ອນໃນຜືນແພຕ່າງໆ ທັງໃນອະດີດ ແລະ ປັດຈຸບັນ ແມ່ນໄດ້ຖືກຖ່າຍທອດ (ສະແດງອອກໂດຍແມ່ຍິງລາວ) ຜູ້ທີ່ເປັນຕົວແທນຂອງການອະນຸລັກ ແລະ ສະແດງອອກທາງດ້ານ ວັດທະນະທຳລາວ.

ດັ່ງນັ້ນຄົງບໍ່ເປັນການແປກເມື່ອເອີ່ຍເຖິງສິ້ນແມ່ນຕ້ອງຢູ່ຄຽງຄູ່ກັບແມ່ຍິງລາວ, ນອກຈາກນີ້ຍັງສາມາດນຳໃຊ້ແພໄໝຕັດ, ຕົບແຕ່ງໄປຕາມແຟຊັນຂອງສະໄໝໃໝ່ ທີ່ເບິ່ງແລ້ວໂດດເດັ່ນ ແລະ ສວຍງາມທີ່ ສຸດເຊັ່ນ: ກະໂປ່ງ, ເສື້ອເຊີດ (ສຳລັບທ່ານຊາຍ), ກາລະວັດ ແລະ ອື່ນໆ ທີ່ເຫັນວ່າເໝາະສົມ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page