top of page
Search

ແບບການສັກລາຍຂອງຄົນລາວສ່ວນຫນຶ່ງ ໃນຍຸກປີ ຄສ 1957

  • Writer: Superphil Phil
    Superphil Phil
  • Mar 30, 2020
  • 1 min read

ລີ​ລາ​ການ​ສັກ​ລາຍ​ເປັນ​ສິງ​ໜືງ​ທີ່​ບຸກ​ຄົນ​ລາວ​ໃນ​ສະ​ໄໝ​ກ່ອນ​ນິ​ຍົມ​ກັນ​ສັກ​ໂດຍ​ມີ​ຄວາມ​ເຊືອ​ກັນ​ໃນ​ຕ່າງໆ​ນາໆ, ແຕ່​ລະ​ລາຍ​ສັກ​ກໍ່​ມີ​ເອ​ກະ​ລັກ​ທີ່​ບໍ່​ຄ້າຍ​ຄື​ກັນ.

ພາບ: Halpern, Joel M. (Joel Martin)


ການສັກລາຍຂອງຄົນລາວ ໃນຍຸກປີ ຄສ 1957 ຖ່າຍບັນທຶກໂດຍທ່ານ Halpern, Joel M. (Joel Martin) ໃນເຂດຫລວງພຣະບາງ ເມືອງໄຊ ແລະວັງວຽງ ເຊິ່ງການສັກລາຍໃນເມື່ອກ່ອນຈະເປັນການສັກລາຍແບບຕ່າງໆ ຕາມຮ່າງກາຍຕາມຕົນຕົວ ແຂນ-ຂາ ແມ່ນສັກເພິ່ນເປັນການຢູ່ຍົງຄົງກະພັນ ເປັນຫລັກ ແລະຄົນລາວໃນສະໄຫມກ່ອນ ( ລາວລ້ານຊ້າງ ) ຍຸກປີ 1900 ລົງໄປ ຈະສັກຍັນຫລືສັກລາຍ ແຕ່ຫົວເຄົ່າຂຶ້ນໄປຮອດຕົ້ນຂາ ຈົນໄດ້ຊື່ວ່າ ລາວພຸງຂາວ, ສ່ວນແຖບ ລາວລ້ານນາ ຈະສັກແຕ່ຫົວເຄົ່າຂຶ້ນຮອດທ້ອງນ້ອຍ ເອິ້ນຄົນແຖວນັ້ນວ່າ ລາວພຸງດຳ

ພາບ: Halpern, Joel M. (Joel Martin)


ການສັກລາຍນັ້ນ ກໍ່ເປັນສາເຫດຫນຶ່ງຂອງການເກີດເສີກສົງຄາມລະຫວ່າງ ລ້ານຊ້າງກັບສະຫຍາມ ເພາະທາງສະຫຍາມໄດ້ສັ່ງໃຫ້ເຈົ້າເມືອງໂຄຣາຊ ມາສັກຫມາຍເລກເອົາຄົນລາວ ໄປຂຶ້ນທະບຽນກັບສະຫຍາມ ເຮັດໃຫ້ຜູ້ຄົນລາວໄດ້ຮັບຄວາມເດືອດຮ້ອນ ຈຶ່ງພາໃຫ້ເກີດສົງຄາມໃນສະໄຫມເຈົ້າອະນຸວົງເກີດຂຶ້ນ ສົງຄາມໃນຄັ້ງນີ້ແມ່ນເພື່ອກອບກູ້ເອົາອິດສະຫລະພາບສູ່ຕົນເອງ

ພາບ: Halpern, Joel M. (Joel Martin)


ແຕ່ມາຍຸກສະໄຫມນີ້ ການສັກລາຍ ແມ່ນເປັນການສັກເພື່ອຄວາມງົດງາມ ສັກຕາມກະແສຂອງຍຸກສະໄໝເປັນຫລັກ ແຕ່ກໍ່ຍັງມີບາງທ່ານທີຍັງສັກລາຍເພື່ອຢູ້ຍົງຄົງກະພັນ ສັກເພື່ອມະຫາສະເໜ່ ສັກເພື່ອຄວາມແຄ້ວຄາດພະຍັນຕະລາຍທັງຫລາຍ ຫລືສັກເພື່ອຄວາມເທ້ ,ສັກເພື່ອເຂົ້າກຸ່ມກ້ອນຂອງຕົນ ຫລືສັກຕາມສິລະປິນທີຕົນເອງມັກຮັກກໍ່ມີ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ: khumkomlao.com

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page