top of page
Search

“ແຄນ” ເຄື່ອງດົນຕີອະມະຕະຂອງຊາວລາວ ແລະ ປະຫວັດຄວາມເປັນມາ.

  • Writer: Superphil Phil
    Superphil Phil
  • Oct 30, 2020
  • 1 min read

“ແຄນ” ເຄື່ອງດົນຕີອະມະຕະຂອງຊາວລາວ ແລະ ປະຫວັດຄວາມເປັນມາ. ແຄນມີ 4 ຊະນິດຄື: 1. ແຄນຫົກ: ເປັນແຄນສໍ່ານ້ອຍເອີ້ນວ່າ ແຄນນ້ອຍ ຫຼື ແຄນສັ້ນ, ມີລູກແຄນຂ້າງລະ 3 ລູກ ມີສຽງນຳກັນ 5 ສຽງຄື: ຟາ-ຊອນ -ລາ-ໂດ-ເຣ. 2. ແຄນເຈັດ: ເປັນແຄນສ່ຳກາງມີລູກຂ້າງລະ 7 ລູກ, ແຄນສ່ຳກາງນິຍົມເປົ່າໃສ່ດົນຕີອື່ນໆ ມີສຽງນຳກັນ 7 ສຽງຄື: ໂດ-ເຣ-ມີ-ຟາ-ຊອນ-ລາ-ທີ. 3. ແຄນແປດ: ເປັນແຄນສໍ່າກາງເຊິ່ງໃຫຍ່ກວ່າແຄນເຈັດໜ້ອຍໜຶ່ງ. ໃຊ້ສຳລັບເປົ່າດ່ຽວໂດຍປະສົມປະສານກັບສຽງລຳ ແລະ ສຽງຂັບປະເພດຕ່າງໆ, ແຄນແປດເປັນແຄນທີ່ໝໍລຳນິຍົມຊົມຊື່ນໃຊ້ຫຼາຍກວ່າໝູ່. 4. ແຄນເກົ້າ: ເປັນແຄນທີ່ມີລູກຂ້າງລະເກົ້າ, ແຄນຊະນິດນີ້ແມ່ນແຄນທີ່ເພິ່ນນິຍົມຊົມຊື່ນເປົ່າໃສ່ລຳໂສມ, ລຳສີພັນດອນ, ລຳພື້ນເມືອງ, ລຳນິທານແຕ່ເກົ່າ.ໃນປະຈຸບັນປາກົດວ່າ ໃນວົງການໝໍລຳບໍ່ມັກໃຊ້ກັນແລ້ວ ແຕ່ໃນບາງເຂດກໍມີການຂົບງັນບຸນປະເພນີດ້ວຍສຽວແຄນຢູ່. ເມື່ອເວົ້າຈາເຖິງແຄນແລ້ວຄົນລາວທົ່ວປະເທດລາວ ກໍ່ມັກເອີ່ຍເຖິງ “ລາຍ” ຂອງມັນສະເຫມີເຊັ່ນ: ລາຍແມ່ຮ້າງກ່ອມລູກ, ລາຍໝາ ອີ່ຈ່ອຍ ແລະ ລາຍອື່ນືໆອີກແລ້ວແຕ່ລະພາກຂອງ ສປປ ລາວ.

ພາບ: www.champapost.com

ສໍາລັບປະຫວັດຄວາມເປັນມາຂອງແຄນອີງຕາມການຄົ້ນຄວ້າຊອກຫາທາງບູຮານນະຄະດີແຕ່ກີ້ແຕ່ກ່ອນ ແລະ ທາງດ້ານວັນນະຄະດີຂອງນັກປາດ, ສາດສະດາຈານທາງພາຍໃນ ແລະ ຕ່າງປະເທດກ່ຽວກັບຄວາມເປັນມາຂອງແຄນແລ້ວ ເພິ່ນກໍ່ສັນນິຖານໄວ້ເປັນຢ່າງເຊື່ອຖືວ່າ: ແຄນເປັນອຸປະກອນດົນຕີທີ່ຄົນລາວບັນດາເຜົ່າ, ແຄນທີ່ໄດ້ຄົ້ນພົບນັ້ນມີເຄົ້າຍາວຄື: ແຄນຂອງເຜົ່າມູເຊີ, ແຄນໂທນຂອງເຜົ່າຊ່ວຍຢູ່ແຂວງອັດຕະປື. ສະນັ້ນ, ຈິ່ງເວົ້າໄດ້ວ່າດົນຕີປະເພດນີ້ມີມາແຕ່ບູຮານນະການແລ້ວ ແລະ ໄດ້ຄົງຢູ່ຄູ່ກັບຊາດລາວມາແຕ່ບັນພະບູລຸດ. ມາຮູ້ຈັກກັບປະຫວັດຄວາມເປັນມາຂອງ “ແຄນລາວ”. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

留言


© 2023 by NOMAD ON THE ROAD. Proudly created with Wix.com

bottom of page