top of page
Search

ແຂວງວຽງຈັນ ຍັງ​ມີ​ຫລາຍ​ເມືອງ​ທີ່ມີທ່າແຮງ​ທີ່​ຈະເປັນແຫຼ່ງທ່ອງທ່ຽວທຳມະຊາດ.

  • Writer: Superphil Phil
    Superphil Phil
  • Sep 20, 2020
  • 1 min read

ແຂວງວຽງຈັນ ຍັງ​ມີ​ຫລາຍ​ເມືອງ​ທີ່ມີທ່າແຮງ​ທີ່​ຈະເປັນແຫຼ່ງທ່ອງທ່ຽວທຳມະຊາດ. ຈາກ​ການ​ສຳ​ຫລວດ​ພື້ນ​ທີ່ແຂວງວຽງຈັນ ເຫັນ​ວ່າ​ຍັງ​ມີ​ອີກ​ຫລາຍ​ເຂດທີ່ມີທ່າແຮງໃນການພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວທຳມະຊາດທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມເປັນຈຳນວນຫຼາຍຄືກັນກັບເມືອງວັງວຽງ. ເຂດເມືອງຊະນະຄາມ, ເມືອງໝື່ນ ແລະ ເມືອງເຟືອງ ມີສະຖານທີ່ທຳມະຊາດສວຍງາມຫຼາຍແຫ່ງ ເຊິ່ງຕັ້ງຢູ່ເຂດເໝາະສົມສຳລັບພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ເພື່ອດຶງດູດນັກທ່ອງທ່ຽວໃຫ້ນັບມື້ຫຼາຍຂຶ້ນ.  ເມືອງຊະນະຄາມ, ເມືອງໝື່ນ ແລະ ເມືອງເຟືອງ ມີສະຖານທີ່ທຳມະຊາດທີ່ສວຍງາມ​ຫລາຍ​ແຫ່ງ ແລະ ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ມີຄົນໄປທ່ຽວຫຼາຍບໍ່ເປັນຮອງເມືອງວັງວຽງແນ່ນອນ; ຖ້າໄດ້ຮັບການເຜີຍແຜ່ໂຄສະນາເປັນບໍລິເວນກວ້າງ ແລະ ຖ້າໄດ້ຮັບການພັດທະນາໂດຍຜູ້ປະກອບການດ້ານການທ່ອງທ່ຽວທີ່ສໍາຄັນແມ່ນການປະສານງານລະຫວ່າງຜູ້ພັດທະນາ ແລະ ຄົນທ້ອງຖິ່ນ ຈະສາມາດຖອດຖອນບົດຮຽນທີ່ດີຈາກແຫຼ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາ ແລະ ມີຄຸນນະພາບ.

ພາບ: laoedaily.com.la

    ຈາກ​ຄວາມ​ຄິດ​ເຫັນ​ຈາກ​ປະ​ສົບ​ການຂອງທ່ານ ອິນທີ ຜູ້​ທີ່​ຄຸກ​ຄີ​ກັບ​ການ​ທ່ອງ​ທ່ຽວ​ມາ​ຢ່າງ​ດົນ​ນານ​ໄດ້ໃຫ້​ຄວາມ​ຄິດ​ເຫັນວ່າ: ເພື່ອຫຼີກລຽງຂໍ້ຜິດພາດທີ່ມີບາງແຫຼ່ງທ່ອງທ່ຽວຕ່າງໆທີ່ເຄີຍປະສົບຜ່ານມານັ້ນ ຖືວ່າການທ່ອງທ່ຽວເປັນເລື່ອງທີ່ລະອຽດອ່ອນ ຫາກຮູ້ທ່າແຮງຂອງການພັດທະນາແລ້ວ ສຳຄັນຍັງແມ່ນການກຳນົດກຸ່ມລູກຄ້າ ເພື່ອເປັນແນວທາງໃຫ້ເຮົາພັດທະນາຜະລິດຕະພັນໃຫ້ກົງກັບຕະຫຼາດກຸ່ມເປົ້າໝາຍ ເຊິ່ງເປັນເລື່ອງບໍ່ງ່າຍ ແລະ ບໍ່ຍາກ ແຕ່ມັນຮຽກຮ້ອງໃຫ້ເຮັດວຽກກັນເປັນທີມ. ສະນັ້ນ, ການເຮັດວຽກໃນຮູບແບບດຽວກັນເປັນເລື່ອງສຳຄັນຫຼາຍ. ຫລາຍ​ພື້ນ​ທີ່​ແຂວງວຽງ​ຈັນເໝາະ​ແກ່​ການເປັນ​ແຫຼ່ງ​ທ່ອງ​ທ່ຽວ​​. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page