top of page
Search

ແຂວງວຽງຈັນ ຈະນຳໃຊ້ງົບປະມານ 20 ລ້ານໂດລາ ເພື່ອມາປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງໃນຕົວເມືອງວັງວຽງ

  • Writer: Superphil Phil
    Superphil Phil
  • Mar 30, 2020
  • 1 min read

ດັ່ງ​ທີ່​ຮູ້​ກັນ​ດີ​ແລ້ວ​ວ່າວັງ​ວຽງ​ເປັນ​ແຫລ່ງ​ທ່ອງ​ທຽວ​ທີ່​ມີ​ສະ​ຖານ​ທີ່​ສວຍ​ງາມ​ຫລາຍ​ບ່ອນ​ທີ່​ໜ້າ​ສົນ​ໃຈ ແລະ ນັກ​ທ່ອງ​ທຽວ​ຊືນ​ຊອບ​ທີ່​ຈະ​ໄປ​ທຽວ, ສະ​ນັ້ນ, ເພື່ອ​ເຮັດ​ໃຫ້ຕົວເມືອງວັງວຽງ ກາຍເປັນເມືອງທ່ອງທ່ຽວສະອາດ ສວຍງາມ, ປະກອບດ້ວຍການກໍ່ສ້າງເສັ້ນທາງວົງແຫວນ 26 ກິໂລແມັດ ເບື້ອງຕາເວັນຕົກຂອງນໍ້າຊອງ ແລະ ປັບປຸງເສັ້ນທາງ 4 ກິໂລແມັດ ໃນເທສະບານເມືອງ.

ພາບ: allinlaos.com


ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ໃຫ້ສຳພາດຕໍ່ທີມຂ່າວເສດຖະກິດ – ການຄ້າ ວ່າ: ໃນໄລຍະປີ 2019 – 2025 ເມືອງວັງວຽງ ກໍເປັນເມືອງໜຶ່ງທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ຫຼື ADB ໃນມູນຄ່າປະມານ 20 ລ້ານໂດລາ ເພື່ອປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງໃນຕົວເມືອງວັງວຽງ ປະກອບມີບັນດາກິດຈະກໍາຕ່າງໆ ຄື: ປັບປຸງລະບົບລະບາຍນໍ້າເປື້ອນ, ກໍ່ສ້າງສິ່ງອໍານວຍ ຄວາມສະດວກສະໜາມຂີ້ ເຫຍື້ອຂອງເມືອງວັງວຽງ; ປັບປຸງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວນໍ້າຕົກຕາດແກ້ງຍຸ້ຍ ແລະ ສິ່ງອໍານວຍຄວາມສະດວກພາຍໃນແຫຼ່ງທ່ອງທ່ຽວ

ປັບປຸງເສັ້ນທາງວົງແຫວນ 26 ກິໂລແມັດ ເບື້ອງຕາເວັນຕົກຂອງສາຍນໍ້າຊອງ ( ເຂດຖໍ້າປູຄໍາ ); ສ້າງຂົວຂ້າມນໍ້າຊອງ ຍາວ 80 ແມັດ ຂະໜາດ 2 ເລນ ຢູ່ຈຸດເທິງຖໍ້າຈັງ; ປັບປຸງສິ່ງອໍານວຍຄວາມສະດວກພາຍໃນຕົວເມືອງວັງວຽງ ປະກອບມີ: ເສັ້ນທາງຫຼັກໃນຕົວເມືອງ ( ໄລຍະ 4 ກິໂລແມັດ ), ເສັ້ນທາງຍ່າງ, ຕິດຕັ້ງລະບົບໄຟຟ້າ, ສະຖານທີ່ນັ່ງພັກຜ່ອນຂອງນັກທ່ອງທ່ຽວ, ຕິດຕັ້ງໄຟຈະລາຈອນ, ຕິດຕັ້ງປ້າຍຊີ້ບອກ.

ຂະນະທີ່ ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ແຂວງວຽງຈັນ ກ່າວວ່າ: ວຽກງານການທ່ອງທ່ຽວໃນປີຜ່ານມາໄດ້ປັບປຸງການບໍລິການ ແລະ ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ເຊິ່ງສາມາດດຶງດູດນັກທ່ອງທ່ຽວໄດ້ 2 ແສນກວ່າຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 40 ພັນກວ່າຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 160.000 ກວ່າຄົນ.

ພາບ: allinlaos.com


ສໍາລັບປີ 2020 ຈະພະຍາຍາມດຶງດູດນັກທ່ອງທ່ຽວ, ສ້າງກິດຈະກໍາການທ່ອງທ່ຽວ, ການໂຄສະນາປະຊາສຳພັນ ເຮັດໃຫ້ນັກທ່ອງທ່ຽວຮັບຮູ້ເມືອງວັງວຽງນັບມື້ຫຼາຍຂຶ້ນ. ພ້ອມກັນນັ້ນ, ກໍຈະເອົາໃຈໃສ່ແກ້ໄຂບັນຫາຕ່າງໆທີ່ເປັນອຸປະສັກຕໍ່ວຽກງານການທ່ອງທ່ຽວ.

ພາບ: allinlaos.com


ສຸມໃສ່ຊຸກຍູ້ບັນດາໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຂອງ ເອດີບີ ເພື່ອມາປັບປຸງພັດທະນາພື້ນຖານໂຄງລ່າງຕ່າງໆໃນເມືອງວັງວຽງ ເຊິ່ງຈະເຮັດໃຫ້ເມືອງວັງວຽງ ມີຄວາມສວຍງາມການເດີນທາງໄປສະຖານທີ່ທ່ອງທ່ຽວມີຄວາມສະດວກຄ່ອງຕົວຍິ່ງຂຶ້ນ ເຮັດໃຫ້ປະຊາຊົນຊາວເມືອງວັງວຽງມີໂອກາດຂະຫຍາຍກິດຈະການຂອງຕົນເອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

ແຫລ່ງ​ທີ່​ມາ:  allinlaos.com

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page