top of page
Search

ແຂວງພາກໃຕ້ຂອງລາວຈະພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ.

  • Writer: Superphil Phil
    Superphil Phil
  • Sep 5, 2020
  • 1 min read

ແຂວງພາກໃຕ້ຂອງລາວຈະພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນ.

ເພື່ອ​ສົ່ງ​ເສີມການ​ພັດ​ທະ​ນາ​ສິ່ງ​ແວດ​ລ້ອມ​ໃນ ສ​ປ​ປ ລາວ ກໍ​ຄື​ໃນ​ໂລກ​ໃຫ້​ດີ​ຂື້ນ, ຢູ່​​ແຂວງພາກ​ໃຕ້​ຂອງ ສ​ປ​ປ ລາວ ກ່ຳ​ລັງ​ຈະໄດ້​ມີ​ການ​ພັດ​ທະ​ນາ​ໂຄງ​ການ​ພະ​ລັງ​ງາມ​ໄຟ​ຟ້າ​ແສງ​ຕາ​ເວັນ ແລະ ໄດ້​ເປີດ​ພິ​ທີ​ເຊັນ​ສັນ​ຍາ​ຮ່ວມ​ກັນ​ພັດ​ທະ​ນາໂຄງການພະລັງງານໄຟຟ້າແສງຕາເວັນ ໃນວັນທີ 2 ກັນຍາຜ່ານ​ມານີ້.

ພາບ: laophattananews.com

ທ່ານ ວິເດດ ວິຊຸນນະລາດ ຜູ້ອໍານວຍການບໍລິສັດ NCG ກ່າວວ່າ: ເພື່ອເປັນສ່ວນໜຶ່ງໃນການພັດທະນາພະລັງງານທົດແທນທີ່ເປັນພະລັງງານສະອາດ ແລະ ເປັນມິດຕໍ່ສິ່ງແວດລ້ອມຢູ່ໃນລາວຂອງ 2 ໂຄງການດັ່ງກ່າວນີ້ຄື: ໂຄງການໄຟຟ້າພະລັງງານແສງຕາເວັນ ທີ່ເມືອງລະມາມ ແຂວງເຊກອງ ກວມເອົາເນື້ອທີ່ປະມານ 720 ເຮັກຕາ ຫ່າງຈາກແລວສາຍສົ່ງ 115 kV ປະມານ 2 ກິໂລແມັດ, ມີກໍາລັງຕິດຕັ້ງ 500 MW, ກໍາລັງການຜະລິດ 739 GWh/y, ຄາດວ່າຈະມີມູນຄ່າການກໍ່ສ້າງທັງໝົດ 332 ລ້ານກວ່າໂດລາສະຫະລັດ. ສ່ວນໂຄງການພະລັງງານໄຟຟ້າແສງຕາເວັນທີ່ ເມືອງໂຂງ ແມ່ນຕັ້ງຢູ່ບ້ານນາຝັງ ແລະ ບ້ານຫ້ວຍຍາງ ເມືອງປະທຸມພອນ ແຂວງຈຳປາສັກ, ກວມເນື້ອທີ່ປະມານ 93,1 ເຮັກຕາ, ຫ່າງຈາກສະຖານີໄຟຟ້າ 115/22 kV ຢູ່ບ້ານນາ ປະມານ 16,5 ກິໂລແມັດ ກໍາລັງຕິດຕັ້ງ 80 MW ກໍາລັງການຜະລິດ 123,68 GWh/y ຄາດວ່າຈະມີມູນຄ່າໂຄງການ 57,31 ລ້ານກວ່າໂດລາສະຫະລັດ ແລະ ຄາດວ່າຈະສໍາເລັດການກໍ່ສ້າງພາຍໃນ 2 ປີຕໍ່ໜ້ານີ້. ຈະພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນຢູ່ພາກໃຕ້ຂອງລາວ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido.

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page