top of page
Search

ແຂວງບໍ່ແກ້ວ ຈັດພິທີມອບ-ສົ່ງແຮງງານມຽນມາ 100 ກວ່າຄົນກັບຄືນປະເທດ

  • Writer: Superphil Phil
    Superphil Phil
  • May 12, 2020
  • 1 min read

Updated: May 13, 2020

ສ​ປ​ປ ລາວ ມອບ-ສົ່ງແຮງງານມຽນມາ 100 ກວ່າຄົນກັບຄືນປະເທດ

ສ​ປ​ປ ລາວ ແຂວງບໍ່ແກ້ວ ຈັດພິທີມອບ-ສົ່ງແຮງງານມຽນມາ ທີ່ອາໄສຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ 125 ຄົນ, ຍິງ 51 ຄົນ ກັບຄືນປະເທດ ໃນວັນທີ 8 ພຶດສະພາ 2020 ຢູ່ດ່ານບ້ານມອມ ເມືອງຕົ້ນເຜິ້ງ ຕາມການສະເໜີຂອງລັດຖະບານມຽມມາ ກໍຄື ໜັງສືສະເໜີຂອງເຈົ້າແຂວງທ່າຂີ້ເຫລັກ ເພື່ອນຳແຮງງານກັບຄືນປະເທດ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19.

ທ່ານ ເຄື່ອນເພັດ ວົງຈັນ ເຈົ້າເມືອງຕົ້ນເຜິ້ງ ໄດ້ໃຫ້ຮູ້ວ່າ: ການມອບ-ສົ່ງແຮງງານດັ່ງກ່າວ ແມ່ນປະຕິບັດຕາມຈຸດປະສົງຂອງລັດຖະບານມຽນມາ ກໍຄື ໜັງສືສະເໜີຂອງເຈົ້າແຂວງທ່າຂີ້ເຫລັກ ໂດຍອີງຕາມການສະເໜີຂອງແຮງງານຊາວມຽນມາ ທີ່ມາອອກແຮງງານຢູ່ໃນເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ສປປ ລາວ ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ກຳລັງຄຸກຄາມທຸກໆປະເທດໃນໂລກ ເຊິ່ງວິກິດການດັ່ງກ່າວ ໄດ້ເຮັດໃຫ້ໂຮງຈັກໂຮງງານ ແລະ ການເຮັດວຽກງານຕ່າງໆໄດ້ຢຸດດຳເນີນກິດຈະການຊົ່ວຄາວ. ສະເພາະຢູ່ເຂດເສດຖະກິດພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ມີແຮງງານມຽນມາ ອາໄສຢູ່ ປະມານ 3.000-4.000 ຄົນ ແລະ ໄລຍະດໍາລົງຊີວິດຢູ່ ແຂວງບໍ່ແກ້ວນີ້ ອຳນາດການປົກຄອງແຕ່ລະຂັ້ນ ກໍໄດ້ອຳນວຍຄວາມສະດວກ ແລະ ໃຫ້ໂອກາດແກ່ແຮງງານມຽນມາ ໃນການທຳມາຫາກິນມາອອກແຮງງານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page