ແຂວງຊຽງຂວາງ-ທ່ົງໄຫຫີນແຫ່ງທີ່ສອງ
- Superphil Phil
- Apr 8, 2020
- 1 min read
ແຫຼ່ງໄຫຫີນແຫ່ງທີ່ສອງ ທົ່ງໄຫຫີນຂະໜາດໃຫຍ່ ແຂວງຊຽງຂວາງ
ໜຶ່ງໃນຈໍານວນທົ່ງໄຫຫີນທີ່ມີນັກທ່ອງທ່ຽວໄປຢ້ຽມຢາມຫຼາຍ ຄຽງ ຄູ່ກັບແຫຼ່ງໄຫຫີນ 1 ແລະ ແຫຼ່ງໄຫຫີນ 3 ຊຶ່ງນັ້ນກໍ່ແມ່ນ ແຫຼ່ງໄຫຫີນ 2 ເປັນທົ່ງໄຫຫີນຂະໜາດໃຫຍ່ ຕັ້ງຢູ່ເນີນພູຕິດຂອບຂອງພູພຽງໃນເມືອງຜາໄຊ, ຫ່າງຈາກໂພນສະຫວັນປະ ມານ 20 ກິໂລແມັດ. ແຫຼ່ງໄຫຫີນນີ້ຖືກແບ່ງອອກເປັນ 3 ກຸ່ມ, ໄຫຫີນທັງໝົດຂອງແຫຼ່ງໄຫຫີນ 2 ແມ່ນເຮັດມາຈາກຫີນຊາຍ, ມີໄຫຫີນທັງໝົດ 93 ໜ່ວຍ ແລະ ຝາປິດໄຫຫີນຈໍານວນ 14 ອັນ.

ແຫຼ່ງໄຫຫີນ 3 ເປັນແຫຼ່ງ ໄຫຫີນໃຫຍ່ ຊຶ່ງມີທີ່ຕັ້ງຫ່າງຈາກແຫຼ່ງໄຫຫີນ 2 ໄປທາງທິດ ຕາເວັນຕົກສ່ຽງໃຕ້ 2 ກິໂລແມັດ, ປະກອບມີ 5 ອົງປະກອບທີ່ກວມ ເອົາໄຫຫີນທັງໝົດ 6 ກຸ່ມ. ແຫຼ່ງໄຫຫີນນີ້ຕັ້ງຢູ່ຕີນເປີ້ນພູທີ່ຍື່ນກາຍອອກມາ ແລະ ເບິ່ງຄືວ່າ ເປັນພູພຽງ. ທີ່ຕັ້ງຂອງໄຫຫີນ ແຕ່ລະກຸ່ມແມ່ນຫ່າງກັນປະມານ 600-700 ແມັດ, ແຫຼ່ງໄຫຫີນນີ້ ປະກອບມີໄຫຫີນ 242 ໜ່ວຍ, ມີຝາປິດ 38 ອັນ ແລະ ມີກ້ອນຫີນໝາຍຂຸມສົບ 21 ກ້ອນ ທີ່ຄວັດເຈາະມາຈາກຫີນຊາຍ.
ແຫຼ່ງໄຫຫີນ 8 (ແຫຼ່ງຕັດຫີນບ້ານຊຽງດີ) ຕັ້ງຢູ່ເປີ້ນພູສູງຂອງພູຢູ່ທາງທິດໃຕ້ຂອງແຫຼ່ງໄຫຫີນ 3. ບ່ອນນີ້ມີຫຼາຍຈຸດທີ່ເປັນແຫຼ່ງຕັດຫີນ ແລະ ປະກອບມີຫຼາຍກຸ່ມໄຫຫີນທີ່ຍັງ ບໍ່ທັນຖືກຄວັດເຈາະສໍາເລັດ, ແຕກຫັກ ແລະ ບາງໜ່ວຍກໍສໍາເລັດແລ້ວ ສໍາລັບໄຫຫີນທີ່ສໍາເລັດນັ້ນ ຄາດ ວ່າແມ່ນກໍາລັງຢູ່ໃນໄລຍະກະ ກຽມການເຄື່ອນຍ້າຍໄປສູ່ແຫຼ່ງ ໄຫຫີນ, ຈາກຫຼັກຖານເບື້ອງຕົ້ນ ຂອງກ້ອນຫີນໄດ້ສະແດງໃຫ້ຮູ້ວ່າ ພູໜ່ວຍດັ່ງກ່າວນີ້ເປັນບ່ອນ ຜະລິດໄຫຫີນໃຫ້ແກ່ແຫຼ່ງໄຫຫີນ 2 ແລະ 3, ແຫຼ່ງໄຫຫີນນີ້ປະ ກອບມີຫຼາຍຈຸດຕັດຫີນທີ່ຢັ່ງ ຢາຍຢູ່ຕາມເປີ້ນພູສູງ ພ້ອມນັ້ນຍັງປະກອບມີໄຫຫີນທີ່ຜະລິດ ຈາກຫີນຊາຍຈໍານວນໜຶ່ງທີ່ກໍາ ລັງຢູ່ໃນຂັ້ນຕອນການຄວັດເຈາະ ທີ່ໃກ້ຈະສໍາເລັດ ຊຶ່ງມັນໄດ້ເປັນສິ່ງຊີ້ບອກໃຫ້ເຫັນເຖິງຂັ້ນຕອນຂອງການຜະລິດໄຫຫີນ, ແຫຼ່ງໄຫຫີນ 8 ປະກອບມີໄຫຫີນ 12 ໜ່ວຍ ແລະ ກ້ອນຫີນໝາຍຂຸມສົບ 10 ກ້ອນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Commentaires