top of page
Search

ລະ​ບົບຄຸ້ມຄອງພາຫະນະແບບລວມສູນໃນ ສ​ປ​ປ ລາວ ຈະ​ຖືກ​ສຳ​ຫລວດ ແລະ ສ້າງ​ຂື້ນ​ໃນ​ໄວໆ​ນີ້.

  • Writer: Superphil Phil
    Superphil Phil
  • Oct 31, 2020
  • 1 min read

ລະ​ບົບຄຸ້ມຄອງພາຫະນະແບບລວມສູນໃນ ສ​ປ​ປ ລາວ ຈະ​ຖືກ​ສຳ​ຫລວດ ແລະ ສ້າງ​ຂື້ນ​ໃນ​ໄວໆ​ນີ້.

ກະຊວງແຜນການ ແລະ ການລົງທຶນ ( ຜທ ) ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແລະ ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດ ໄດ້ລົງນາມຮ່ວມມືໃນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ໂຄງການຄຸ້ມຄອງພາຫະນະ ແລະ ການສົ່ງເສີມແບບຄົບວົງຈອນລະຫວ່າງພາກລັດ ແລະ ພາກເອກະຊົນ.

https://doodido.com/
ພາບ: laoedaily.com

ການເຊັນສັນຍາມີຂຶ້ນໃນວັນທີ 19 ຕຸລາ 2020 ຕາງໜ້າພາກລັດລົງນາມໂດຍ ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ຜທ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ຕາງໜ້າພາກທຸລະກິດມີ ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ. ຈຸດປະສົງ ເພື່ອສຶກສາ, ອອກແບບ ແລະ ສ້າງແຜນປັບປຸງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ປັບປຸງລະບົບການຄຸ້ມຄອງທະບຽນພາຫະນະ ແລະ ໃບຂັບຂີ່ໃນຂອບເຂດທົ່ວປະເທດໃຫ້ທັນສະໄໝ, ສຶກສາ, ປັບປຸງ ແລະ ພັດທະນາການຄຸ້ມຄອງການນໍາໃຊ້ລະບົບການຂຶ້ນທະບຽນ, ຕໍ່ທະບຽນ ແລະ ຂັບຂີ່ໃຫ້ສະດວກວ່ອງໄວ ສາມາດປ້ອງກັນການປອມແປງ ແລະ ກວດສອບໄດ້ຢ່າງທັນການ. ສ​ປ​ປ ລາວ ຈະ​ສ້າງ​ລະ​ບົບຄຸ້ມຄອງພາຫະນະແບບລວມສູນໃນທົ່ວປະເທດ. ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page