top of page
Search

ເຫດ​ໃດຄ່າໄຟຟ້າເພີ່ມສູງຂຶ້ນໃນ​ໄລ​ຍະ​ນີ້

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ປັດໄຈສາຍ​ເຫດທີ່ເຮັດໃຫ້ຄ່າໄຟຟ້າເພີ່ມສູງຂຶ້ນໃນຊ່ວງນີ້

​ດັ່ງ​ທີ່​ເຮົາ​ທ​ຸກ​ຄົນ ຫລື ທົວ​ໂລກ​ໜ້າ​ຈະ​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າ ໃນ​ຊ່ວງວິດ​ກິດ​ການ ພະ​ຍາດ​ລະ​ບາດ​ໂຄວິດ 19 ນີ້, ທຸກ​ປະ​ເທດ​ທົວ​ໂລກ​ໄດ້​ມີ​ນະ​ໂຍ​ບາຍ​ປິດ​ເມື່ອງ ປິດ​ປະ​ເທດ ຫ້າມ​ບຸກ​ຄົນ​ເຂົ້າ​ອອກ, ແລະ ລະ​ດົມ​ປະ​ຊາ​ຊົນ​ໃຫ້​ຢູ່​ບ້ານ​ຢູ່​ເຮືອນ ສ​ປ​ປ ລາວ ເຮົາ ກໍ່​ເປັນ​ໜື່ງໃນ​ນັ້ນ, ສະ​ນັ້ນ​ທຸກ​ຄົວ​ເຮືອນອາດ​ຈະ​ຕ້ອງໃຊ້​ໄຟ​ຟ້າ​ເກີນ​ປົກ​ກະ​ຕິ​ຢູ່​ແລ້ວ​ສຳ​ລັບ​ເຂດ​ທີ່​ມີ​ໄຟ​ຟ້າ​ໃຊ້ ແລະ ອາດ​ຈະ​ເຮັດ​ໃຫ້​ຫລາຍ​ຄົນ​ຈະ​ເຫັນ​ຄ່າ​ໄຟ​ຟ້າ​ເພີ່ມ​ຂື້ນ.

ພາບ: ​laopost.com

ປະ​ຈຸ​ບັນ​ກໍ່ກຳລັງເປັນເລື່ອງທີ່ຫຼາຍຄອບຄົວກຸ້ມໃຈກໍລະນີຄ່າໄຟຟ້າເດືອນມີນາ 2020 ທີ່ມີຫຼາຍສຽງຢືນຢັນວ່າ ແພງກວ່າເດືອນທີ່ຜ່ານມາເຊິ່ງປັດໄຈທີ່ເຮັດໃຫ້ຄ່າໄຟຟ້າໃນເຮືອນເພີ່ມສູງຂຶ້ນນັ້ນ ສ່ວນຫຼາຍທີ່ໄດ້ຮັບຜົນກະທົບຈະແມ່ນເຮືອນທີ່ມີເຄື່ອງໃຊ້ໄຟຟ້າຄົບເຊັ່ນ: ແອຣ໌, ເຄື່ອງຟອກອາກາດ, ພັດລົມໄອນໍ້າ ແລະ ຕູ້ເຢັນ.

ຫຼັກການຂອງເຄື່ອງທຳຄວາມເຢັນເຊັ່ນ: ແອຣ໌ ແມ່ນຖ້າຫາກວ່າອາກາດທາງນອກຮ້ອນໜ່ວຍການໃຊ້ງານໄຟກໍ່ຈະໝູນໄວຂຶ້ນ ເພາະຄອມເພຣສເຊີເຮັດວຽກໜັກ ສັງເກດໄດ້ຄືສຽງຄອມເພຣສເຊີດັງດົນ ມິດເຕີແຮງໝູນໄວ ແລະ ເທົ່າກັບເງິນຄ່າໄຟຟ້າທີ່ເພີ່ມຂຶ້ນ ແລະ ຖ້າຕົວໄຟຟ້າເພີ່ມຂຶ້ນຫຼາຍເທົ່າໃດແມ່ນຈະຖືກເກັບໄຟຟ້າສູງແບບອັດຕາກ້າວໜ້າ.

ໃນຂະນະທີ່ຕູ້ເຢັນ ເມື່ອອາກາດຮ້ອນຂຶ້ນກວ່າເກົ່າ ຄອມເພຣສເຊີກໍ່ຈະເຮັດວຽກໜັກເພື່ອຮັກສາອຸນຫະພູມທີ່ຕັ້ງໄວ້ ເວລາທີ່ພວກເຮົາເປີດຕູ້ເຢັນໄວ້ດົນ ຫຼື ເປີດຫຼາຍພຽງໃດກໍ່ຈະເປືອງໄຟເພີ່ມຕາມຕົວຈິງຂອງການໃຊ້ງານຕູ້ເຢັນ ຫຼື ຖ້າໃສ່ເຄື່ອງເຂົ້າໄປໃນຕູ້ເຢັນຫຼາຍ ຕູ້ເຢັນກໍ່ຈະເຮັດວຽກໜັກ ແລະ ຈະກິນໄຟເພີ່ມ. ດັ່ງນັ້ນ, ການແຊ່ເຄື່ອງກິນໄວ້ໃນຕູ້ເຢັນໃນປະລິມານຫຼາຍກໍ່ຈະເຮັດໃຫ້ຄ່າໄຟເພີ່ມໄດ້ເຊັ່ນດຽວກັນ ສຳລັບເຄື່ອງຟອກອາກາດທຸກຍີ່ຫໍ້ນັ້ນ ບໍ່ໄດ້ປະຢັດໄຟຟ້າ ຖ້າຫາກເປີດພ້ອມກັບແອຣ໌ ຈະເຮັດໃຫ້ເປືອງໄຟຄູນກຳລັງ 2.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page