ເຫດຜົນທີ່ປະເທດລາວເສຍດຸນການຄ້າປະຈຸບັນນີ້.
- Superphil Phil
- Jul 4, 2020
- 1 min read
ເຫດຜົນທີ່ປະເທດລາວເສຍດຸນການຄ້າປະຈຸບັນນີ້.
ດັ່ງທີ່ເຮົາຮູ້ກັນຢູ່ໃນສັງຄົມຂອງຄົນລາວແມ່ນສັງຄົມທີ່ບໍ່ມີຄວາມກົດດັນ, ບໍ່ມີການແຂ່ງຂັນຍາດຊິງກັນຫລາຍ ເພື່ອເອົາໂຕລອດ ເພາະປະຊາກອນມີຄວາມໜ້າແໜ້ນຕ່ຳ ພ້ອມກັບສະພາບແວດລ້ອມທີ່ຈະຕອບສະໜອງຄວາມຕ້ອງການໃນການດຳລົງຊີບໃນແຕ່ລະວັນໂດຍບໍ່ໄດ້ຮັບຄວາມເດືອດຮ້ອນ ຊຶ່ງເປັນວິຖີຊີວິດຂອງຄົນສ່ວນໃຫຍ່ ທີ່ດຳລົງຊີວິດງ່າຍໆ.
ຄວາມໜາແໜ້ນຂອງປະຊາກອນຕິດພັນກັບອຸບປະສົງ ທີ່ເກີດຂຶ້ນໃນສັງຄົມ ຊຶ່ງເປັນປັດໄຈກຳນົດຂະໜາດຂອງຕະຫຼາດນີ້ ຍັງບໍ່ຕ້ອງເວົ້າເຖິງກຳລັງຊື້ຂອງປະຊາກອນ. ສັງຄົມລາວໃນຍຸກປັດຈຸບັນເປັນສັງຄົມ ບໍລິໂພກຢ່າງສົມບູນແບບ ສິນຄ້າອຸບປະໂພກບໍລິໂພກແມ່ນນຳເຂົ້າເກືອບ 100% ຖ້າຍ່າງເຂົ້າໃນເຮືອນຄົວຂອງເຮືອນແຕ່ລະຫຼັງ ແທບຈະຫາສິນຄ້າ ທີ່ເປັນຜະລິດຕະພັນຂອງລາວແທບບໍ່ໄດ້ ສ່ວນໃຫຍ່ຕ້ອງເພິ່ງພາການນຳເຂົ້າເກືອບທັງໝົດ ຖ້າຈະມີຜະລິດຕະພັນຂອງລາວເອງ ອາດບໍ່ເຖິງ 10% ສ່ວນທີ່ເຫຼືອແມ່ນສິນຄ້ານຳເຂົ້າ.
ສະນັ້ນ, ຈຶ່ງບໍ່ຄ່ອຍມີໃຜຢາກລົງທຶນຕັ້ງໂຮງງານອຸດສາຫະກຳເພາະຕະຫຼາດນ້ອຍ ບໍ່ຄຸ້ມຄ່າໃນການລົງທຶນ, ອີກຢ່າງໜຶ່ງການສ້າງ Brand ໃໝ່ຍັງມີຄວາມສ່ຽງໃນການແຂ່ງຂັນກວ່າຈະໄດ້ຮັບການຍອມຮັບຈາກຜູ້ບໍລິໂພກ ຕ້ອງອອກແຮງໂຄສະນາໃນການຂາຍ ເຊິ່ງກໍເປັນອີກໜຶ່ງຕົ້ນທຶນຂອງທຸລະກິດ. ໂດຍທຳມະຊາດຂອງການຜະລິດໃນໂຮງງານອຸດສາຫະກຳ ຍິ່ງ ຜະລິດນ້ອຍຍິ່ງມີຕົ້ນທຶນສູງ ເຄື່ອງຈັກຖ້າຈະເອົາແບບ High automation ມາໃຊ້ ກັບ Lot ນ້ອຍໆ ປະສິດທິພາບຂອງສາຍການຜະລິດຈະຕ່ຳຕິດດິນ ເພາະເວລາສ່ວນໃຫຍ່ຈະເສຍໄປກັບການ Setup ແລະ Product change over ຈຶ່ງຕ້ອງໃຊ້ເຄື່ອງຈັກແບບ Manual ທັງໝົດຊຶ່ງຈະເປັນແບບ Labor intensive ແລະ ບໍ່ອາດຄວບຄຸມຄຸນນະພາບໄດ້ ເຊິ່ງສິ່ງທີ່ກ່າວມາລ້ວນເປັນອຸບປະສັກໃນການແຂ່ງຂັນດ້ານການຕະຫຼາດ. ປັດໃຈທີ່ເຮັດໃຫ້ປະເທດລາວເສຍສົມດູນການຄ້າໃນປະຈຸບັນ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments