top of page
Search

ເຫຼົ້າ ໃນຄວາມໝາຍທາງວັດທະນະທຳ-ສັງຄົມຂອງຄົນລາວ

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read

ເຫຼົ້າ ໃນຄວາມໝາຍທາງວັດທະນະທຳ-ສັງຄົມຂອງຄົນລາວ. ເຫຼົ້າ ຫຼື ເອີ້ນກັນອີກຊື່ ໜຶ່ງວ່າ “ສຸລາ” ໝາຍເຖິງນໍ້າເມົາຊະນິດໜຶ່ງທີ່ຜະລິດດ້ວຍ ການໝັກດອງຈາກເຂົ້າ, ສາລີ ແລະໝາກໄມ້.


ເຫຼົ້າທີ່ບໍ່ຕົ້ມ ກັ່ນເອີ້ນວ່າເຫຼົ້າສາໂທ, ເຫຼົ້າທີ່ຜ່ານການຕົ້ມກັ່ນອອກມາ ແລ້ວເອີ້ນວ່າ “ເຫຼົ້າເດັດ” ຫຼື ເຫຼົ້າຂາວ ເຊິ່ງມັນມີຄວາມ ໝາຍຕໍ່ວັດທະນະທຳ-ສັງຄົມລາວບໍ່ໜ້ອຍ ແລະ ມີຄວາມຜູກພັນກັບວິຖີຊີວິດຂອງຄົນລາວມາຕັ້ງແຕ່ດຶກດຳບັນ ຕິດພັນກັບພິທີກຳທາງຄວາມເຊື່ອຖື ແລະເປັນຮີດຄອງປະເພນີໜຶ່ງທີ່ຂາດບໍ່ໄດ້.

ເລື່ອງທ້າວຮຸ່ງ ທ້າວເຈືອງ ວັນນະຄະດີລາວບູຮານກໍມັກກ່າວເຖິງການກິນເຫຼົ້າໃນງານບຸນ, ພິທີກຳຕ່າງໆ ເຊິ່ງມັນໄດ້ຕິດ ແໜ້ນໃນຊີວິດປະຈຳວັນຂອງຄົນເຮົາເຊັ່ນ: ການວານແຂກລົງນາ ກໍມີການລ້ຽງເຫຼົ້າ, ການໂຫ່ເນື້ອສຳເລັດ, ການກິນດອງ, ງານສົ່ງສະ ການສະຫຼອງໄຊຊະນະ ແລະ ງານ, ປະເພນີຕ່າງໆ ລ້ວນແຕ່ມີການກິນເຫຼົ້າຢ່າງມ່ວນຊື່ນລື່ນເລີງ ແລະ ຖ້າກ່າວເຖິງເຫຼົ້າແລ້ວ ກໍບໍ່ພຽງແຕ່ຢູ່ປະເທດເຮົາເທົ່ານັ້ນ ເຊິ່ງປະເທດອື່ນໆໃນທົ່ວໂລກຕ່າງກໍມີການດື່ມເຫຼົ້າ, ດື່ມເບຍມາ ແຕ່ດຶກດຳບັນເຊັ່ນກັນ ຍັງມີປຶ້ມຂຽນ ແລະ ເອກະສານ ຕ່າງໆຍັງໄດ້ກ່າວເຖິງຄວາມສຳຄັນ ແລະ ສັບພະຄຸນຂອງເຫຼົ້າວ່າ: “ນໍ້າອັນນີ້ເອີ້ນ ນໍ້າກ້ານໍ້າຫານ ໃຜຈັດທຳການມຸງຄຸນ ຫາກເອົາຍັງນໍ້າເຫຼົ້າ ນັບແຕ່ເພິ່ນຫຼໍ່ພະເຈົ້າຍັງເອົາໄປເຮັດຄາຍພິດສະນຸ ຫວິດໄປຮອດຜີພູ ຜີແຖນ ແລະ ຜີຟ້າ ຊາວ ເມືອງພະມ້າຍັງເອົາໄປຂຶ້ນຜີທຳ ມະດານໍ້າອັນນີ້ມີມາສຳລັບ ໂລກ ໃຜໄດ້ກິນກໍຫາຍໂສກ ຫາຍໂລກໂພຍໄພ ຜູ້ຂີ້ໄຮ້ໄດ້ ກິນກໍກ່າວຄວາມຮັ່ງຄວາມມີ ດີກວ່າພໍ່ກວ່າແມ່ ດີກວ່າຜີດໍ້າຜີດວງ …”

ນອກຈາກນີ້ເຫຼົ້າຍັງ ເປັນເຄື່ອງມືສື່ສານສາຍສຳພັນບາງຄົນຮູ້ຈັກນິດໄສໃຈ ຄໍສະໜິດສະ ໜົມກັນ, ໄດ້ສ່ຽວຮັກສ່ຽວແພງເວົ້າຖືກ ຄໍກັນກໍຍ້ອນການຮ່ວມວົງເຫຼົ້າອີກດ້ວຍ. ແຕ່ເຖິງຢ່າງໃດ ກໍດີການດື່ມເຫຼົ້າ ຫຼື ສຸລາ ຍັງຖືວ່າເປັນສິ່ງທີ່ໃຫ້ໂທດສຳລັບຜູ້ທີ່ດື່ມຈົນເກີນຄວາມພໍດີ, ດື່ມໃຫ້ມຶນເມົາ ຈົນເກີດຄວາມປະໝາດຂາດສະຕິ ແລ້ວກໍ່ເຫດອາລະວາດ, ຂີ່ລົດໄວ ເຊິ່ງເປັນໄປໃນທາງປາກົດການຫຍໍ້ທໍ້ຕໍ່ສັງຄົມ ແລະ ຍັງເປັນການລະເມີດລະບຽບກົດໝາຍບ້ານເມືອງ, ຜິດຕໍ່ເຈດຈຳນົງຮີດຄອງປະເພນີ ອັນດີງາມຂອງເຖົ້າແກ່ບູຮານທີ່ນັບຖືນໍ້າເຫຼົ້າເປັນໜຶ່ງ ໃນວັດທະນະທຳການກິນດື່ມສັງສັນ ທີ່ຂາດບໍ່ໄດ້ຂອງສັງຄົມລາວເຮົາ./. ໂດຍ: ຄຳພຸດ ເທບພະນົມ

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page