top of page
Search

ເສຍ​ໃຈ​ກັບ​ການ​ຈາກ​ໄປ​ຂອງອາ​ຈານເພງດັງແຫ່ງຍຸກ ອຈ ຄຳຫຼ້າ ໜໍ່ແກ້ວ

  • Writer: Superphil Phil
    Superphil Phil
  • Apr 6, 2020
  • 1 min read

ອາ​ໄລກັບ​ການ​ຈາກ​ໄປ​ຂອງ ອຈ ຄຳຫຼ້າ ໜໍ່ແກ້ວນັກຮ້ອງ ແລະນັກແຕ່ເພງດັງ ແຫ່ງສອງຍຸກສະໄໝ

ອຈ ຄຳຫຼ້າ ໜໍ່ແກ້ວ ຄືນັກຮ້ອງ ແລະນັກແຕ່ເພງດັງ ແຫ່ງສອງຍຸກສະໄໝ ຕັ້ງແຕ່ຣາຊະອານາຈັກລາວ ແລະຍຸກ ສປປ.ລາວ ໃນປັດຈຸບັນນີ້, ເຊິ່ງຜົນງານຂອງທ່ານ ອຈ ນັ້ນ, ມີຄວາມເປັນອະມະຕະມາຕະຫຼອດ ນັກຮ້ອງຕັ້ງແຕ່ອະດີດມາຈົນເຖິງປັດຈຸບັນ ໄດ້ນຳເອົາມາຂັບຮ້ອງເລື້ອຍໆ, ແລະ​ຍັງ​ທ່ານ​ຍັງ​ໄດ້​ຟາກ​ໄວ້​ໃຫ້​ຄົນ​ຮຸ່ນ​ຫລັງ​ໄດ້​ຟັງ​ກັນ​ຢູ່​ທຸກ​ມື້​ນີ້.

ເຫລືອໄວ້ແຕ່ຄວາມຊົງຈໍາ ນັກຮ້ອງ ນັກປະພັນເພງ ຂອງລາວ ອາຈານ ຄໍາຫລ້າ ຫນໍ່ແກ້ວ ໄດ້ເຖິງແກ່ມໍລະນະກໍາແລ້ວ ວັນທີ່ 6/4/2020 ສົບບໍາເພັນກຸສົນຢູ່ທີ່ເຮືອນຂອງຂ້າພະເຈົ້າ ທີ່ບ້ານສົມຫວັງ ເຫນືອ ເມືອງຫາດຊາຍຟອງ ຮ່ອມ 39 ສົ່ງສະການວັນທີ່ 10/4/2020 ທີ່ວັດຫລັກ 8 ດັ່ງຈື່ງແຈ້ງມາຍັງພີ່ນ້ອງ ເພື່ອນມິດ ລູກສິດລູກຫາຊາບ.

ສຳລັບຜົນງານເພງຂອງ ທ່ານ ອຈ ນັ້ນ, ສາມາດຮັບຊົມໄດ້ຕາມ ລິ້ງ​ໃນ YouTube ຕ່າງໆ ແລະ ການ​ເອົາ​ມາ​ຮ້ອງ​ໃໝ່​ຂອງ​ນັກ​ຮ້ອງ​ລຸ້ນ​ຕໍ່ໆ​ມາ ລວມ​ທັງ​ຜົນ​ງານ​ການ​ປະ​ພັນ​ໃນ​ແບບ​ໜັ່ງ​ສື ຫລາກ​ຫລາຍ​ບົດ. ສູນ​ເສຍອາ​ຈານເພງດັງແຫ່ງສອງຍຸກສະໄໝອຈ ຄຳຫຼ້າ ໜໍ່ແກ້ວ

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comentários


© 2023 by NOMAD ON THE ROAD. Proudly created with Wix.com

bottom of page