ເວົ້າບາງບັນຫາຂອງພະຍັນຊະນະ “ຣ” ໃນພາສາລາວ
- Superphil Phil
- Mar 18, 2020
- 1 min read
ບົດນີ້ຂໍສະເໜີບາງບັນຫາຂອງພະຍັນຊະນະ “ຣ” ເຊິ່ງໃນໄວຍາກອນລາວສະບັບ 2000 ກຳນົດໃຫ້ໃຊ້ສະເພາະຂຽນສັບຕ່າງປະເທດ ໝາຍເຖິງສັບພາສາຝຣັ່ງ-ອັງກິດ… ແຕ່ບໍ່ແມ່ນ ສັບປາລີ-ສັນສະກິດ ເນື່ອງຈາກວ່າສັບປາລີ-ສັນສະກິດ ຖືກແປງເປັນສັບແບບລາວ ໂດຍມີຫຼັກການແປງອັກສອນ ໃນໄວຍາກອນພາກອັກຂະຫຼະວິທີ ເປັນທີ່ຮຽບຮ້ອຍແລ້ວ.

ຕາມທີ່ຮູ້ມາ ປຶ້ມແບບຮຽນໃຊ້ “ຣ” ອ່ານວ່າ ຣ. ຣາດາ ໝາຍເຖິງຈານດາວທຽມ (ມີຮູບປະກອບ) ອັນນີ້ແອັດມິນຄິດວ່າ ໜ້າຈະແມ່ນອີງຕາມໄວຍາກອນ ແລະຖືວ່າໃຊ້ໄດ້ ເພາະເປັນສັບຕ່າງປະເທດ ແຕ່ເຮົາຕ້ອງບໍ່ແປຕາມຕົວ ຕ້ອງໃຊ້ແບບອະທິບາຍວ່າ “ຣາດາ” ໝາຍເຖິງເຄື່ອງຮັບສັນຍານ ຫຼື ສົ່ງສັນຍານດາວທຽມ ເຊິ່ງມີຫຼາຍຮູບ, ຫຼາຍຂະໜາດ ແລະຫຼາຍຍີ່ຫໍ້…. ພ້ອມນັ້ນທຸກຄົນຕ້ອງເອີ້ນສິ່ງນັ້ນວ່າ ຣາດາ ຄືກັບເຮົາເອີ້ນຊື່ອຸປະກອນເປັນພາສາອັງກິດເຊັ່ນ ຢູເອສບີ, ຄອມພີວເຕີ, ແຣມ, ໃບບິນ, ໃບເຊັກ….
ທີ່ເປັນບັນຫາຄື ເມື່ອຮ້ານປະກອບການກ່ຽວກັບອຸປະກອນການສຶກສາ ໄປພິມອອກມາໂດຍບໍ່ຮູ້ກົກປາຍສາຍເຫດ ແລ້ວກໍອອກມາລັກສະນະຕ່າງໆເຊັ່ນ

“ຣ” ຣະຄັງ ເຊິ່ງພາສາລາວໃຊ້ ລະຄັງ ເປັນທີ່ຮຽບຮ້ອຍແລ້ວ ຖືວ່າບໍ່ຜ່ານ
#ຣ ຣົດ ພາສາລາວໃຊ້ ລົດ ເປັນທີ່ຮຽບຮ້ອຍ ເຊິ່ງແປງມາຈາກ ຣະຖະ ໃນພາສາປາລີ ແປງ ຣ ເປັນ ລ, ແປງ ຖ ເປັນ ດ ແລະແປງ ອະ ເປັນໄມ້ກົງ ໄດ້ຮູບສັບ ລົດ ໝາຍເຖິງ ຍານພາຫະນະໃຊ້ຂັບຂີ່ ແລະຂົນສິ່ງຂອງ ເຊິ່ງມີຫຼາຍຂະໜາດ ແລະຫຼາຍປະເພດເຊັ່ນ ລົດຈົກ, ລົດດຸດ, ລົດເກດ, ລົດຫົກໆ, ລົດສິບລໍ້, ລົດໃຫຍ່, ລົດເກັ໋ງ, ລົດຈັດ, ລົດກະບະ, ລົດຈຳໂບ້, ລົດເມ, ລົດຕຸກໆ… ຖ້າໃຊ້ ຣົດ ແມ່ນບໍ່ຜ່ານ.
#ຣ ຣາຊະສີ ພາສາລາວໃຊ້ ລາຊະສີ ເຊິ່ງແປວ່າພະຍາສິງ ຫຼື ເຈົ້າປ່າ ສີ ມາຈາກ ສີຫະ ແປວ່າສິງ. ໃຊ້ວ່າ ຣາຊະສີ ແມ່ນບໍ່ຜ່ານ.
ດັ່ງນັ້ນ, ຖ້າເປັນໄປໄດ້ຢາກສະເໜີໃຫ້ກົມພິມຈຳໜ່າຍກວດກາຄັກໆແລ້ວຈຶ່ງອະນຸມັດໃຫ້ຜະລິດ ແລະກວາດລ້າງອຸປະກອນທີ່ຜິດນີ້ອອກຈາກໂຮງຮຽນຕ່າງໆ ເພື່ອບໍ່ໃຫ້ເກີດຄວາມສັບສົນ ຫຼື ອະນຸຍາດໃຫ້ໃຊ້ສະເພາະຂອງກະຊວງສຶກສາເທົ່ານັ້ນ.
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Commentaires