top of page
Search

ເລື່ອງເລົ່າກ່ອນຈະໄດ້ຊື່ວ່າ ພູປູ່ລ້ານ ແລະ ພູຫຍ່າຫງອກ ເມືອງແກ່ນທ້າວ.

  • Writer: Superphil Phil
    Superphil Phil
  • Aug 14, 2020
  • 1 min read

ເລື່ອງເລົ່າກ່ອນຈະໄດ້ຊື່ວ່າ ພູປູ່ລ້ານ ແລະ ພູຫຍ່າຫງອກ ເມືອງແກ່ນທ້າວ.

ຫາກຈະເວົ້າເຖິງເມືອງແກ່ນທ້າວແລ້ວມີຫລາຍຢ່າງທາງປະຫວັດສາດພ້ອມທຳມະຊາດທີ່ສວຍງາມ ແລະ ຖ້າຈະເວົ້າເຖິງພູຍ່າຫງອກກໍ່ເປັນໜຶ່ງໃນຫລາຍໆສະຖານທີ່ທີ່ເປັນບູຮານສະຖານທີມີເລື່ອງເລົ່າກັນມາແຕ່ດົນນາ ແລະ ທັງເປັນສະຖານທີ່ທີ່ມີຄວາມສວຍງາມໜ້າຄົ້ນຫາ.ພູຍ່າຫງອກຕັ້ງຢູ່ບ້ານໂຄກກະເບົາ ເມືອງແກ່ນທ້າວ, ແຂວງໄຊຍະບູລີ ເຊິ່ງຫ່າງຈາກຕົວເມືອງແກ່ນທ້າວ ໄປທາງທິດໃຕ້ປະມານ 2 ກິໂລແມັດ, ເຊິ່ງເສັ້ນທາງນີ້ລົດໃຫຍ່ ສາມາດເຂົ້າເຖິງພູຍ່າຫງອກ ໄດ້ຕະຫລອດທັງລະດູແລ້ງ ແລະ ລະດູຝົນ.

ພາບ: laogov.gov.la

    ມີເລື່ອງເລົ່າກັນມາແຕ່ດົນນານວ່າ ເມື່ອຄັ້ງເມືອງເປັງຈານນະຄອນລັດ ຕັ້ງຢູ່ເຂດປາກນ້ຳເຫືອງ ຕົກໃສ່ໜອງກະແສແສນຍ່ານ (ສາຍແມ່ນນຳ້ຂອງເປັນຫາດເປັນແກ້ງກະແສນ້ຳຂ້ຽວຂາດ ບິດບັ່ນຮັ່ນຮ້າຍນັບແສນຍ່ານ)ໃນສະໄໝນັ້ນ.   ມີສອງຜົວເມຍຊື່ວ່າ ປູ່ລ້ານ ແລະ ຫຍ່າຫງອກ ເປັນຊົນຊາດຂອມ ໄດ້ມາຕັ້ງຖິ່ນຖານເຮືອນຊານ ຢູ່ບໍລິເວນນີ້ເປັນຄັ້ງທຳອິດ, ເມື່ອເມືອງເປັງຈານນະຄອນລັດ ເຊື່ອມອຳນາດລົງ (ມີຮ່ອງຮອຍບູຮານສະຖານທີ່ດິນຈີ່ 4 ຫຼ່ຽມ, 3 ຫຼ່ຽມ ເຈີ້ຍສົ້ນຫຼົງ ເຫຼືອໄວ້ໃຫ້ເຫັນເປັນຈຸດເປັນບ່ອນ) ປູ່ລ້ານ ແລະ ຫຍ່າຫງອກ ມີບຸດຕີໜື່ງຄົນ ມີນາມວ່າ: ນາງເຈັດຜິວ ເພາະບຸກຄະລິກຮູບໂສມພະນົມພັນຂອງນາງ ຂາວງາມຜ່ອງ​ໃສ, ມີໄມຕີຈິດຕໍ່ຊຸມຊົນຊາວບ້ານ, ຫຼັງຈາກນັ້ນ ນາງ ເຈັດຜິວ ກໍ່ໄດ້ແຕ່ງງານກັບ ທ້າວ ແກ່ນ ເຊິ່ງເປັນບຸດຄົນທີ່ສາມຂອງ ປູ່ຮັ່ງ ແລະ ມີບຸດນຳກັນສອງຄົນຊື່ວ່າ: ນາງ ແພງສີ ແລະ ທ້າວ ໂທດຳ.

ທີ່ມາຂອງ ພູປູ່ລ້ານ ແລະ ພູຫຍ່າຫງອກ ຂອງເມືອງແກ່ນທ້າວ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page