ເລີມແລ້ວງານຊິງລາງວັນທຸລະກິດ ອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020
- Superphil Phil
- Jun 16, 2020
- 1 min read
ເລີມແລ້ວງານຊິງລາງວັນທຸລະກິດ ອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 ໜັ່ງສືພິມລາວພັດທະນາໄດ້ລາຍງານວ່າ ສະພາທີ່ປຶກສາທຸລະກິດອາ ຊຽນລາວ ໄດ້ຮ່ວມກັບໂຄງການ RELATED ຂອງ GIZ ປະຈຳລາວ ຈະຈັດງານຊິງລາງວັນທຸລະກິດອາ ຊຽນດີເດັ່ນ ແຫ່ງ ສປປ ລາວ 2020 (ASEAN Business Award Laos 2020 – ABA Laos) ຂຶ້ນ ໂດຍແນໃສ່ຊົມເຊີຍນັກທຸລະກິດລາວ ທີ່ມີຜົນງານດີເດັ່ນ ແລະ ໃຫ້ພວກເຂົາເປັນແບບຢ່າງເພື່ອເຜີຍແຜ່ຄວາມຮູ້ ໃນການເຮັດທຸລະກິດໃຫ້ປະຊາຄົມເສດຖະກິດອາຊຽນ. ພິທີຖະແຫລງຂ່າວ ໄດ້ຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນວັນທີ 16 ມິຖຸນາ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ASEAN Business Award Laos 2020 – ABA Laos) , ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ຢັນ ເຊິນ ທີ່ປຶກສາແຜນງານເຊື່ອມໂຍງເສດຖະກິດອາຊຽນຂອງ ສປປ ລາວ ເພື່ອການພັດທະນາດ້ານທຸລະກິດ ແລະ ການຄ້າ (RELATED) ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໂອກາດດັ່ງກ່າວ, ທ່ານ ທະນົງສິນ ກັນລະຍາ ກ່່າວວ່າ: ງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 ເປັນງານມອບລາງວັນທີ່ເປີດກ້ວາງ ຕໍ່ສະມາຊິກສະພາການຄ້າ ແລະ ອຸດ ສາຫະກຳແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດຂອງລາວ ທີ່ດຳເນີນທຸ ລະກິດຖືກຕ້ອງຕາມກົດໝາຍ, ບໍ່ວ່ານ້ອຍ ຫລື ໃຫຍ່ ກໍສາມາດສົ່ງເຂົ້າສະໝັກແຂ່ງຂັນເອົາລາງວັນໄດ້. ທຸລະກິດທີ່ຊະນະເລີດໄດ້ຮັບລາງວັນຈາກ ABA Lao 2020 ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນ ເຊິ່ງຈະໄດ້ພົບກັບບັນດາຫົວໜ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ, ເຊິ່ງການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນ ແມ່ນຈະໄດ້ຈັດຂຶ້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ປີ 2020 ທີ່ ປະເທດຫວຽດນາມ. ປະເພດລາງວັນສຳລັບປີ 2020 ປະກອບມີ 3 ປະເພດ, ຂະແໜງບູລິມະສິດດີເດັ່ນປະກອບມີ 12 ຂະແໜງການ ເຊັ່ນ: ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະ ແໜງຕັດຫຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈິດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້. ງານຊິງລາງວັນທຸລະກິດ ອາຊຽນດີເດັ່ນ ແຫ່ງ ສປປ ລາວ 2020 ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments