top of page
Search

ເຢຍລະມັນຊ່ວຍ6,8ລ້ານເອີໂຣແກ່ໂຄງການເຂົ້າເຖຶງແຫຼ່ງທຶນຜູ້ທຸກຍາກ

  • Writer: Superphil Phil
    Superphil Phil
  • Mar 18, 2020
  • 1 min read

ພິທີມອບ-ຮັບ ການຊ່ວຍເຫຼືອລ້າທາງດ້ານການເງິນໄລຍະ 2 ໃນວົງເງິນ 6,8 ລ້ານເອີໂຣ ສຳລັບໂຄງການສິນເຊື່ອເພື່ອການພັດ ທະນາການເຂົ້າເຖີງແຫຼ່ງທືນຂອງຜູ້ທຸກຍາກ (LAFF) ໂດຍຜ່ານທະນາຄານພັດທະນາ ສະຫະພັນເຢຍລະມັນ (KfW) ເພື່ອມອບໃຫ້ແກ່ກະຊວງການເງີນ ເເລະ ທະນາຄານແຫ່ງ ສປປ ລາວ (ທຫລ)

ໄດ້ຈັດຂື້ນໃນວັນທີ 6 ມີນາ 2020 ທີ່ ທຫລ ໂດຍລັດຖະບານເຢຍລະມັນ ສືບຕໍ່ໃຫ້ການສະໜັບສະໜູນການ ເພື່ອປັບປຸງສະພາບເເວດລ້ອມທາງທຸລະກິດສໍາລັບຫົວໜ່ວຍທຸລະກິດຈຸລະພາກ, ຂະໜາດນ້ອຍ ເເລະ ກາງ

ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າ ທຫລ, ທ່ານ ເຢນສ ລຸກເກີນເເຮມ ເອກອັກຄະລັດຖະທູດ ສ. ເຢຍລະມັນປະຈຳ ສປປລາວ ແລະ ທ່ານ ຢັນ ວີເກວມັນ ຫົວໜ້າຫ້ອງ ການຜູ້ຕາງໜ້າ KfW ປະຈຳລາວ; ຜູ້ຕາງໜ້າຈາກຄະນະຄຸ້ມຄອງກອງທຶນ LAFF ແລະ ພາກສ່ວນທີ່ກ່ຽວຂ້ອງ.

ຮູບ​ຈາກ: laoedaily.com.la


ໂຄງການດັ່ງກ່າວ ເປັນການສະໜັບສະໜູນຂະແໜງການເງິນໃນການດໍາເນີນທຸລະກິດການຄ້າຢູ່ ສປປ ລາວ ເພື່ອການບໍລິການດ້ານການເງິນທີ່ມີຄວາມຍືນຍົງ ແລະ ຄວາມຕ້ອງການໃຫ້ແກ່ທຸລະກິດຈຸລະພາກ, ຂະໜາດນ້ອຍ ເເລະ ກາງໃນເຂດຊົນນະບົດ ເປັນການປະກອບສ່ວນເຂົ້າໃນການປັບປຸງສະມັດຕະພາບການຜະລິດ ແລະ ຄວາມສາມາດການແຂ່ງຂັນຂອງພາກເອກະຊົນ ເພື່ອສະໜັບສະໜູນການສ້າງວຽກເຮັດງານທຳ ແລະ ຫຼຸດຜ່ອນຄວາມທຸກຍາກ.

ຮູບ​ຈາກ: laoedaily.com.la


ທຫລ ຈະເຮັດໜ້າທີ່ເປັນໜ່ວຍງານຈັດຕັ້ງປະຕິບັດໂຄງການຂອງກອງທຶນ LAFF ດ້ວຍການໃຫ້ທຶນຊ່ວຍເຫຼືອເພີ່ມຂອງລັດຖະ ບານເຢຍລະມັນ ຈໍານວນ 6,8 ລ້ານເອີໂຣ ສຳລັບກອງທຶນດັ່ງກ່າວ ຈະສາມາດເພີ່ມຂະຫຍາຍຈຳນວນບັນດາສະຖາບັນການເງິນ ທີ່ເປັນຄູ່ຮ່ວມງານທີ່ມີຄຸນວຸດທິເໝາະສົມ ລວມທັງບັນດາທະນາຄານ, ສະຖາບັນການເງີນຈຸລະພາກ ເເລະ ກອງທຶນ

ສາມາດຈັດສັນສິນເຊື່ອໃນວົງເງິນກູ້ໄດ້ສູງເຖິງ 500 ລ້ານກີບຕໍ່ລູກຄ້າ ສໍາລັບບັນດາທຸລະກິດຈຸລະພາກ, ຂະໜາດນ້ອຍ ເເລະ ກາງໃນເຂດຊົນນະບົດຂອງສປປລາວ ເເລະ ສໍາລັບທຶນຊ່ວຍເຫຼືອອີກ 8 ເເສນເອີໂຣ ເເມ່ນບ້ວງສຳລັບການສ້າງຂີດຄວາມອາດສາມາດໃຫ້ເເກ່ທະນາຄານກາງ ເເລະ ບັນດາສະຖາບັນການເງິນ ທີ່ເປັນຄູ່ຮ່ວມງານ.

ຮູບ​ຈາກ: laoedaily.com.la


ທ່ານເອກອັກຄະລັດຖະທູດ ສ.ເຢຍລະມັນ ໄດ້ກ່າວຕື່ມວ່າ: ກອງທຶນ LAFF ຈະຕື່ມຊ່ອງຫວ່າງທີ່ສຳຄັນ ໂດຍສະເພາະໃນເຂດຊົນນະບົດ ໂດຍຊ່ວຍໃຫ້ຜູ້ປະກອບການທີ່ດຳເນີນທຸລະກິດໃນທ້ອງຖິ່ນ ສາມາດເຂົ້າເຖິງການບໍລິການດ້ານການເງິນຜ່ານລະບົບທະນາ ຄານ ແລະ ສະຖາບັນການເງິນຈຸລະພາກ. ພວກເຮົາເຊື່ອວ່າ: ກອງທຶນ LAFF ຈະເປັນເຄື່ອງມືທີ່ມີປະສິດທິພາບໃນການຈັດຫາເງິນທຶນ ທີ່ຈຳເປັນເເກ່ຜູ້ປະກອບການໃນການພັດທະນາທຸລະກິດຂອງພວກເຂົາເຈົ້າ, ສະນັ້ນ ພ້ອມເປັນການສະໜັບສະໜູນການພັດທະນາເສດຖະກິດຂອງ ສປປລາວ ແລະ ຄວາມຜາສຸກຂອງປະຊາຊົນ.”

ຮູບ​ຈາກ: laoedaily.com.la


ທະນາຄານພັດທະນາ ເຢຍລະມັນ ໄດ້ຊ່ວຍເຫຼືອລັດຖະບານເຢຍລະມັນໃຫ້ບັນລຸເປົ້າໝາຍ ກ່ຽວກັບນະໂຍບາຍການພັດທະນາ ແລະ ການຮ່ວມມືລະຫວ່າງປະເທດໃນໄລຍະ 50 ປີ ແລະ ພາລະບົດບາດຂອງ KfW ໃນດ້ານການຮ່ວມມືເຢຍລະມັນເພື່ອພັດທະນາ ເປັນທະນາຄານທີ່ມີປະສົບການ ແລະ ສະຖາບັນທີ່ມີຄວາມຊ່ຽວຊານດ້ານນະໂຍບາຍພັດທະນາ. ໃນນາມລັດຖະບານເຢຍລະມັນ ແລະສະຫະພາບເອີຣົບ (EU), KfW ສົ່ງເສີມ, ສະໜັບສະໜູນເເຜນງານ ແລະ ໂຄງການທີ່ມີສ່ວນຮ່ວມຂອງພາກລັດໃນບັນດາປະເທດທີ່ພັດທະນາ ແລະ ປະເທດເສດຖະກິດເກີດໃໝ່ເລີ່ມຕັ້ງເເຕ່ແນວຄວາມຄິດ ແລະ ການດຳເນີນການປະຕິບັດຈົນໄປເຖິງການຕິດຕາມ ຄວາມສຳເລັດ; ໃນປີ 2018 ພວກເຮົາໄດ້ມອບເງິນປະມານ 8,7 ຕື້ ເອີໂຣໃນທົ່ວໂລກໃຫ້ກັບໂຄງການໃໝ່. ສໍາລັບວຽກງານຂອງ KfW ໃນລາວແມ່ນສຸມໃສ່ 2 ຂົງເຂດບູລິມະສິດ ຄື: ການພັດທະນາຊົນນະບົດ ແລະ ການຂະຫຍາຍຕົວທາງເສດຖະກິດແບບຍືນຍົງ. ທຶນການຊ່ວຍເຫຼືອຂອງ KfW ສໍາລັບບັນດາໂຄງການໃນປະເທດລາວ ແມ່ນອີງຕາມເງື່ອນໄຂຂອງກະຊວງການຮ່ວມມືເສດ ຖະກິດ ແລະ ການພັດທະນາຂອງເຢຍລະມັນ (BMZ), ກະຊວງສິ່ງແວດລ້ອມ, ການອະນຸລັກທໍາມະຊາດ ແລະ ນິວເຄລຍ (BMUB) ແລະ ສະຫະພາບເອີຣົບ.

ຕິດຕາມ​ການ​ເຄືອນ​ໄຫວ​ເຫດ​ການເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page