top of page
Search

ເມືອງອານຸວົງ ​ເມືອງທ່ອງທ່ຽວຊົມທຳ​ມະ​ຊາດ ແຂວງ ໄຊ​ສົມ​ບູນ

  • Writer: Superphil Phil
    Superphil Phil
  • Apr 24, 2020
  • 1 min read

ອານຸວົງ ເມື່ອງ​ແຫ່ງ​ສະ​ຖານ​ທີ່ທ່ອງທ່ຽວຊົມທຳ​ມະ​ຊາດ

ເມືອງອານຸວົງ ແຂວງ ໄຊ ສົມບູນ ເປັນ​ເມືອງ ມີທໍາມະຊາດ ແລະ ພູຜາປ່າ ໄມ້ທີ່ກວ້າງໃຫຍ່ ພ້ອມທັງ ສະຖານທີ່ທ່ອງທ່ຽວທາງ ດ້ານປະຫວັດສາດ ແລະ ທໍາ ມະຊາດອັນໂດດເດັ່ນຢູ່ຫຼາຍແຫ່ງ

ໃນນັ້ນ, ເດັ່ນກວ່າໝູ່ ໄດ້ແກ່ທີວທັດພູເບ້ຍ, ຖໍ້າ ເຈົ້າອານຸວົງ, ອ່າງນໍ້າງຶ່ມ 2 ແລະ ຕາດຫ້ວຍນົກ ເຊິ່ງທັງ ໝົດນີ້ມັນໄດ້ກາຍເປັນມົນ ສະເໜ່ດຶງດູດໃຫ້ນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງ ປະເທດເຂົ້າມາທ່ຽວຊົມ ຕະຫຼອດເວລາ.


ພາບ​: laophattananews.com

– ພູເບ້ຍ ເປັນພູທີ່ສູງ ທີ່ສຸດໃນປະເທດລາວ ເຊິ່ງມີ ຄວາມສູງເຖິງ 2.820ແມັດ ທຽບໃສ່ລະດັບນໍ້າທະເລ, ຕັ້ງຢູ່ເມືອງອານຸວົງ ຫ່າງ ຈາກ ເທສະບານເມືອງ ດັ່ງ ກ່າວໄປທາງ ທິດເໜືອປະ ມານ 30 ກິໂລແມັດ.

ຢູ່ເທິງ ຈອມພູເບ້ຍອຸ່ນຫະພູມ ແມ່ນ ໜາວເຢັນຫລາຍທີ່ອຸດົມ ສົມບູນໄປດ້ວຍພືດຊີວະ ນາໆພັນ, ພິເສດຍັງມີພືດຊະ ນິດໜຶ່ງປົກຄຸມໄປທົ່ວພື້ນ ດິນຄ້າຍຄືກັບກອງເຟືອງ ເວລາເຮົາຍ່າງຢຽບກໍຈະຮູ້ ສຶກອອ່ນນວມ ແລະ ມີໄມ້ມຸງ ຄຸນທີ່ຫາຍາກເຊັ່ນ: ໄມ້ໂລ່ງ ເລ່ງຢັ່ງຢາຍໄປຕາມເປີ້ນພູ.

ນອກນັ້ນ ຍັງມີສັດປ່າຫຼາຍ ຊະນິດທີ່ອາໄສຢູ່ຕາມສາຍພູ ເບ້ຍ, ຢູ່ເທິງພູເບ້ຍມີອາກາດ ສົດຊື່ນ ແລະ ຊຸ່ມເຢັນຕະ ຫຼອດປີຍ້ອນວ່າມີຕົ້ນໄມ້ອັນດົກໜາປົກຄຸມຫຸ້ມຫໍ່ໄປທົ່ວ ທຸກບ່ອນເໝາະແກ່ການທ່ຽວຊົມພັກຜ່ອນຕາກອາກາດຫຼື ເໝາະກັບຜູ້ທີ່ມັກສໍາພັດກັບ ອາກາດໜາວເຢັນ.

ຖໍ້າເຈົ້າອານຸວົງ ຕັ້ງ ຢູ່ບ້ານພູຫົວຊ້າງ ຫ່າງຈາກ ເທສະບານເມືອງອານຸວົງໄປທາງທິດເໜືອປະມານ 4 ກິ ໂລແມັດ, ເປັນຖໍ້າທີ່ເກີດ ຈາກ ທໍາມະຊາດ ເຊິ່ງຢູ່ບໍລິເວນ

ອ້ອມຮອບຖໍ້ານັ້ນຢັ່ງຢາຍ ໄປດ້ວຍສາຍພູນ້ອຍ-ໃຫຍ່ ແລະ ມີສາຍນໍ້າຈ້າໄຫຼ ຜ່ານ ບໍລິເວນໜ້າປາກຖໍ້າ, ກ່ອນ ຈະເຂົ້າໄປເຖິງຖໍ້າອານຸວົງ ຍັງມີ ສອງຖໍ້າທີ່ຢູ່ໃກ້ຄຽງ ກັນ

ຄື ຖໍ້າທີ 1 ປາກຖໍ້າສູງ 7ແມັດ, ກວ້າງ 4ແມັດ, ເລິກ 30 ແມັດ ແລະຖໍ້າທີ 2ປາກ ຖໍ້າມີຄວາມສູງ 3,5ແມັດ, ກວ້າງປະມານ 5 ແມັດ ແລະ ເລິກເຂົ້າໄປປະມານ 300ແມັດ.

ຕາມການບອກເລົ່າ ຂອງພະນັກງານປະຈໍາຫ້ອງການທ່ອງທ່ຽວເມືອງໃຫ້ຮູ້ ວ່າ: ຖໍ້າແຫ່ງນີ້ໄດ້ມີປະຫວັດ ເລົ່າຂານກັນວ່າ ເຈົ້າອານຸ ວົງໄດ້ໃຊ້ເປັນບ່ອນຫຼົບລີ້ສັດຕູໃນ ເມື່ອກ່ອນຢູ່ເຂດຊຽງ ຂວາງ, ຍ້ອນກໍາລັງຂອງ ຝ່າຍສັດຕູມີຫຼາຍກວ່າ ພະ ອົງ ຈຶ່ງຍ້າຍທັບມາຕັ້ງຫຼັກຢູ່ ແຄມນໍ້າແຫ່ງນີ້ແລ້ວຕັ້ງຊື່ ວ່າເມືອງຈັ້ງນໍ້າຫຼືນໍ້າຈ້າໃນປັດຈຸບັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page