top of page
Search

ເມືອງວັງວຽງຈະສຸມໃສ່ 6 ເປົ້າໝາຍພັດທະນາເປັນເມືອງສີຂຽວ ອາຊຽນ.

  • Writer: Superphil Phil
    Superphil Phil
  • Aug 1, 2020
  • 1 min read

ເມືອງວັງວຽງຈະສຸມໃສ່ 6 ເປົ້າໝາຍພັດທະນາເປັນເມືອງສີຂຽວ ອາຊຽນ. ເມືອງວັງວຽງ ເປັນອີກເມືອງໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ຍົກສູງຄວາມສາມາດນໍາພາ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນ, ສຸມໃສ່ຂຸດຄົ້ນທຸກກໍາລັງແຮງບົ່ມຊ້ອນຢູ່ພາຍໃນທ້ອງຖິ່ນ ຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງເມືອງວັງວຽງ ໃຫ້ເຂັ້ມແຂງ ໜັກແໜ້ນ ໄປຕາມທ່າແຮງ ແລະ ຈຸດພິເສດ ເປັນຕົ້ນ ທາງດ້ານເສດຖະກິດ ຕິດພັນກັບການທ່ອງທ່ຽວ.

ພາບ: laophattananews.com

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໄດ້ລາຍງານໃຫ້ຮູ້ເມື່ອດົນຜ່ານມານີ້ວ່າ: ເມືອງວັງວຽງ ໄດ້ກໍານົດເອົາທິດທາງໜ້າທີ່ລວມ ແລະ ເປົ້າໝາຍຂອງການພັດທະນາຢ່າງເປັນລະບົບ ແລະ ຖືກຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກເມືອງຈະສຸມໃສ່ 6 ເປົ້າໝາຍ ແລະ ຈັດຕັ້ງຜັນຂະຫຍາຍໃນແຕ່ລະໄລຍະ ຄື: ຮັບປະກັນໃຫ້ເມືອງວັງວຽງ ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ຂຸດຄົ້ນທ່າແຮງບົ່ມຊ້ອນ, ຄວາມອຸດົມ ສົມບູນຂອງຊັບພະຍາກອນທໍາມະຊາດ ເພື່ອພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວຢ່າງມີຄຸນນະພາບ, ສົມດຸນ ແລະ ຍືນຍົງ; ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບດີຂຶ້ນ, ທັງມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ພູມປັນຍາ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫລາກຫລາຍ ແລະ ມີຄຸນຄ່າເພີ່ມສູງຂຶ້ນ; ພັດທະນາ ແລະ ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າໃຫ້ໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວ. 6 ເປົ້າໝາຍພັດທະນາວັງວຽງໃຫ້ເປັນເມືອງສີຂຽວ ແລະ ສະອາດອາຊຽນ


ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

留言


© 2023 by NOMAD ON THE ROAD. Proudly created with Wix.com

bottom of page