top of page
Search

ເມືອງພູຄູນກັ​ບ​ທຳ​ມະ​ຊາດ​ອັນ​ສວຍ​ງາມປົກ​ຄຸ່ມ​ດ້ວຍທະເລໝອກ

  • Writer: Superphil Phil
    Superphil Phil
  • May 12, 2020
  • 1 min read

Updated: May 13, 2020

ເມືອງພູຄູນກັ​ບ​ທຳ​ມະ​ຊາດ​ອັນ​ສວຍ​ງາມປົກ​ຄຸ່ມ​ດ້ວຍທະເລໝອກ

ເມືອງພູຄູນ ຕັ້ງຢູ່ເສັ້ນທາງ 13ເໜືອ ໃນຈຸດ3ແຍກໄປແຂວງ ຊຽງຂວາງ ແລະ ຫຼວງພະບາງ ,ເປັນຈຸດທີ່ສູງຊັນຈົນກາຍເປັນ ເມືອງຍຸດທະສາດສໍາຄັນອີກ ແຫ່ງໜຶ່ງຂອງແຂວງຫຼວງພະ ບາງ. ຖ້າທຽບກັບລະດັບນໍ້າ ທະເລແລ້ວຈະມີຄວາມສູງປະ ມານ 1.500ແມັດ, ແລະ ມີຈຸດ ພິເສດພົ້ນເດັ່ນຄືມື້ໜຶ່ງມີສາມ ລະດູເຊັ່ນ: ຝົນຕົກ, ມີໝອກ ແລະ ແດດ. ອຸ່ນນະພູມໃນລະດູໜາວ ບາງປີມີພຽງ 0 ອົງສາ ແລະ ລະດູຮ້ອນຈະບໍ່ເກີນ 30 ອົງສາ.

ພາບ​: laophattananews.com

ເມືອງພູຄູນ ເປັນພູມລໍາ ເນົາ ຂອງພີ່ນ້ອງເຜົ່າມົ້ງ ແລະ ເຜົ່າກຶມມຸ ເປັນສ່ວນໃຫຍ່ໂດຍ ອາໄສການເຮັດໄຮ່ ແລະ ເຮັດ ສວນ, ຖ້າໃຜຫາກໄດ້ຜ່ານໄປ ມາກໍສາມາດສັງເກດເຫັນໄດ້ ຈາກພູຫົວໂລ້ນຫຼາຍໜ່ວຍ ຍ້ອນການຖາງປ່າເຮັດໄຮ່ຂອງ ປະຊາຊົນເຂດນີ້ ໃນເມື່ອກ່ອນ ແລະ ແຕ່ໃດໆມາ ປະຊາຊົນເຂດ ນີ້ ມີຄວາມດຸໝັ່ນຂະຫຍັນພຽນ ໃນການອອກແຮງງານເພີ່ມພູນ ຜະລິດຜົນທີ່ອາໃສຄວາມອຸດົມ ສົມບູນຂອງທໍາມະຊາດທີ່ອໍາ ນວຍຄວາມສະດວກໃຫ້ແກ່ ຜົນລະປູກຂອງເຂົາເຈົ້າ ເຊັ່ນ: ຜັກກາດ, ໝາກເຜັດ, ໝາກແຕງ ແລະ ອື່ນໆ. ນອກນັ້ນ, ພວກ ເຂົາຍັງໄດ້ອາໃສເຄື່ອງປ່າຂອງດົງເພື່ອການລ້ຽງຊີບເຊັ່ນ: ຍັງ ໄດ້ເອົາຕົ້ນແຂມມາເຮັດຟອຍ ຂາຍເປັນລາຍຮັບເສີມໃຫ້ ຄອບຄົວນໍາອີກ.​ທຳ​ມະ​ຊາດ​ອັນ​ສວຍ​ງາມຂອງເມືອງພູຄູນ ເມືອງ​ທະ​ເລ​ໝອກ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page