top of page
Search

ເພື່ອກຽມເປີດການທ່ອງທ່ຽວໃນລາວ ລັດໄດ້ກຳນົດເຂດທີ່ມີຄວາມສ່ຽງໂຄວິດ-19 ຢ່າງຊັດເຈນ

  • Writer: Superphil Phil
    Superphil Phil
  • May 8, 2020
  • 1 min read

Updated: May 13, 2020

ລັດກຳນົດເຂດທີ່ມີຄວາມສ່ຽງໂຄວິດ-19 ຢ່າງຊັດເຈນ ເພື່ອກຽມເປີດການທ່ອງທ່ຽວ

ເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ພາ​ຍາດ ໂຄວິດ 19 ນີ່, ການ​ທ່ອງ​ທຽວ​ໃນ ສ​ປ​ປ ລາວ ຫລື ອາດ​ຈະ​ເວົ້າ​ໄດ້​ວ່າ​ໃນ​ທົວ​ໂລກ​ໄດ້​ຢຸດ​ສະ​ງັດ ເພື່ອ ຫລຸດ​ຜ່ອນ​ຄວາມ​ສ່ຽງ​ໃນ​ກະ​ແພ​ເຊື້ອ​ພະ​ຍາດ​ນີ້ບໍ່​ໃຫ້​ຂະ​ຫຍາຍ​ເປັນ​ວົງ​ກ້​ວາງ​ອອກ​ໄປ​ອີກ.

ພາບ: kaomainews.com

ຕາມໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ເພື່ອເປັນການຫຼຸດຜ່ອນຜົນກະທົບ ແລະ ຟື້ນຟູເສດຖະກິດຄືນໃໝ່ ໃນດ້ານຕ່າງໆ ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ປຶກສາຫາລືກັນໃນໂອກາດ ຮ່ວມກອງປະຊຸມທາງໄກ (Video Conference) ສະໄໝສາມັນປະຈໍາເດືອນ ຂອງລັດຖະບານ ໃນວັນທີ 23 ເມສາ 2020 ທີ່ຜ່ານມາ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ເຊິ່ງ ລັດຖະບານໄດ້ແນະນໍາໃຫ້ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສ້າງແຜນປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການ ຂອງບັນດາທຸລະກິດປິ່ນອ້ອມ ເພື່ອຈັດຕັ້ງປະຕິບັດ ພາຍຫຼັງວັນທີ 03 ພຶດສະພາ ເພື່ອກຽມຄວາມພ້ອມເປີດການທ່ອງທ່ຽວ ເມື່ອການລະບາດຂອງພະຍາດໂຄວິດ-19 ຢຸດເຊົາ.

ພ້ອມນັ້ນ, ກໍ່ໃຫ້ວາງແຜນໃນການປັບປຸງ ຟື້ນຟູການທ່ອງທ່ຽວ ແລະ ການບໍລິການ ໃນໄລຍະສັ້ນ, ກາງ ແລະ ຍາວ.ໃນໂອກາດດຽວກັນ ກໍ່ແນະນໍາໃຫ້ຄະນະສະເພາະກິດ ຄົ້ນຄວ້າ ແລະກຳນົດວ່າເຂດໃດເປັນເຂດທີ່ມີຄວາມສ່ຽງສູງ, ເຂດໃດ ເປັນເຂດທີ່ມີຄວາມສ່ຽງໜ້ອຍ ແລະ ເຂດໃດ ບໍ່ມີຄວາມສ່ຽງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page