top of page
Search

​ເປີດພິ​ທີ​ການສ້າງຕັ້ງສະຫະກອນກະສິກໍາອິນຊີທົ່ງມັ່ງ.

  • Writer: Superphil Phil
    Superphil Phil
  • Oct 29, 2020
  • 1 min read

ເປີດພິ​ທີ​ການສ້າງຕັ້ງສະຫະກອນກະສິກໍາອິນຊີທົ່ງມັ່ງ. ຕາມ​ແຫລ່ງ​ຂ່າວ​ຂອງເວັບ​ໄຊ ເສດ​ຖະ​ກິດ​ການ​ຄ້າ​ໃຫ້​ຮູ້​ວ່າ ເມື່ອວັນທີ 21 ຕຸລາ 2020 ທີ່ບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດສ້າງຕັ້ງສະຫະກອນກະສິກໍາອິນຊີທົ່ງມັ່ງ ໂດຍການເຂົ້າຮ່ວມຂອງ ທ່ານ ໜູກີ ສີຫາລາດ ຮອງເລຂາພັກເມືອງໄຊທານີ ນະຄອນຫຼວງວຽງຈັນ; ທ່ານ ຄໍາອ້ວນ ຄາພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້; ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະ ສິກໍາ ແລະ ປ່າໄມ້ ນະຄອນຫຼວງ ວຽງຈັນ ພ້ອມດ້ວຍບັນດາສະມາຊິກສະຫະກອນກະສິກໍາອິນຊີທົ່ງມັ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ພາບ: laoedaily.com

ໃນພິທີ ທ່ານ ນາງ ຄໍາວອນ ຫຼວງລາດ ປະທານສະຫະກອນກະສິກໍາອິນຊີທົ່ງມັ່ງ ໄດ້ໃຫ້ຮູ້ເຖິງຄວາມເປັນມາຂອງການສ້າງຕັ້ງສະຫະກອນນີ້ວ່າ: ໃນກາງເດືອນກໍລະກົດປີ 2020 ຫຼາຍພາກສ່ວນ ເປັນຕົ້ນແມ່ນກົມພັດທະນາຊົນນະບົດ ແລະ ສະຫະກອນ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກໍາ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ໄດ້ຮ່ວມກັນຄົ້ນຄວ້າກ່ຽວກັບການພັດທະນາສະຫະກອນກະສິກໍາໃນເຂດຊົນນະບົດ ແລະ ນະໂຍບາຍສະໜັບສະໜູນ, ອົງປະກອບການສ້າງຕັ້ງສະຫະກອນຕົວແບບຮ່ວມກັນສ້າງແຜນກິດຈະກໍາພັດທະນາກຸ່ມປູກຜັກອິນຊີທົ່ງມັ່ງ ກ້າວສູ່ຄວາມພ້ອມສ້າງເປັນສະຫະກອນກະສິກໍາ ໂດຍເລີ່ມຈາກການເຜີຍແຜ່ນິຕິກໍາ, ໃຫ້ຄວາມຮູ້ເຖິງຄວາມໝາຍສໍາຄັນຂອງສະຫະກອນແກ່ກຸ່ມຜູ້ຜະລິດ ແລະ ມີການຈັດກອງປະຊຸມປຶກສາຫາລືກັບຫຼາຍຂັ້ນ ແລະ ອີກຫຼາຍໆວຽກ. ​ເມືອງ​ໄຊ​ທາ​ນີ​ປະ​ກາດສ້າງຕັ້ງກ​ຸ່ມສະຫະກອນກະສິກໍາອິນຊີທົ່ງມັ່ງ ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page