top of page
Search

ເປີດ​ຕົວການ​ຮ່ວມ​ມື​ທາງດ້ານທຸລະກິດ​ລະ​ຫວ່າງ ​ບໍ​ລິ​ສັດອີທີແອລ ແລະ ຊຽວໝີ.

  • Writer: Superphil Phil
    Superphil Phil
  • Oct 20, 2020
  • 1 min read

ເປີດ​ຕົວການ​ຮ່ວມ​ມື​ທາງດ້ານທຸລະກິດ​ລະ​ຫວ່າງ ​ບໍ​ລິ​ສັດອີທີແອລ ແລະ ຊຽວໝີ.

ຕາມ​ແຫລ່ງ​ຂ່າວ ຂປລ ໃຫ້​ຮູ້​ວ່າ ໃນວັນທີ 16 ຕຸລາ 2020, ຜູ້ອໍານວຍການໃຫຍ່ ບໍລິສັດ ອິີທີແອລ ຈໍາກັດ ທ່ານ ຮວງ ສູຢຸນ ແລະ ທ່ານ ວັງລີນ ບໍລິສັດ ຊຽວໝີ ເປັນຜູ້ຕາງໜ້າລົງນາມສັນຍາ ຮ່ວມມື ການນຳສະເໜີໜ່ວຍໂທລະສັບມືຖືຊຽວໝີ ລຸ້ນໃໝ່ພ້ອມ function 4 ຢ່າງ ແລະ ແພັກເກັດຂອງໜ່ວຍໂທລະສັບຊຽວໝີ ທີ່ນຳສະເໜີໂດຍ ທ່ານ ນາງ ຮວງຟັນຊີງ ຜູ້ຕາງໜ້າ ບໍລິສັດ ຊຽວໝີ ຢູ່ ສປປ ລາວ.

ພາບ: ຂ​ປ​ລ

ທ່ານ ຮວງ ສູຢຸນ ກ່າວ​ວ່າ: ບໍລິສັດ ອີທີແອລ ຈຳກັດ ເປັນບໍລິສັດ ທີ່ໃຫ້ບໍລິການດ້ານການໂທລະຄົມ ຮ່ວມທຶນລະຫວ່າງລາວ-ຈີນ, ມີເງື່ອນໄຂຄົບຖ້ວນດ້ານເຄືອຂ່າຍໂທລະຄົມມະນາຄົມ ແລະ ເຄືອຂ່າຍໄດ້ປົກຄຸມທົ່ວປະເທດ. ທຸລະກິດໄດ້ກວມເອົາໂທລະສັບມືຖື, ໂທລະສັບຕັ້ງໂຕະ, ອິນເຕີເນັດ ແລະ ບໍລິການເສີມຕ່າງໆ; ສັນຍານ 4G ໄດ້ທົ່ວເຖິງທຸກເມືອງ ທຸກແຂວງ ຂອງປະເທດລາວ. ສໍາລັບສັນຍານ 4,5G ໄດ້ກວມເຖິງເມືອງ ທີ່ສໍາຄັນຂອງ ນະຄອນຫລວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຫລວງພະບາງ, ແຂວງຈຳປາສັກ. ການຮ່ວມມືລະຫວ່າງ ບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ ຊຽວໝີ ຈະເປີດພາກໃໝ່ ລະຫວ່າງທັງສອງບໍລິສັດໃນການພັດທະນາ. ບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ ຊຽວໝີ ຍັງໄດ້ຮ່ວມກັນຕອບສະໜອງຜະລິດຕະພັນ ຊຸດສະມາດໂຟນ ຊຽວໝີ ທີ່ມີຄຸນະພາບ ທີ່ເປັນທີ່ນິຍົມໃຊ້ຂອງລູກຄ້າເພື່ອໃຫ້ເຂົ້າກັບເຄືອຂ່າຍ 4.5G ຂອງ ບໍລິສັດ ອີທີແອລ ເພື່ອໃຫ້ລູກຄ້າສາມາດເລືອກສິນຄ້າທີ່ມີຄຸນນະພາບ, ລາຄາຖືກ ແລະ ທັນສະໄໝ. ຄູ່ຮ່ວມທາງດ້ານທຸລະກິດ​ລະ​ຫວ່າງ ອີທີແອລ ລາວ ແລະ ຊຽວໝີ ຈີນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

 
 
 

Comentarios


© 2023 by NOMAD ON THE ROAD. Proudly created with Wix.com

bottom of page