”ເບ້ຍ” ກັບຄວາມໝາຍທີ່ຫລາກຫຼາຍ
- Superphil Phil
- Apr 14, 2020
- 1 min read
”ເບ້ຍ” ສາມາດແປໄດ້ຫລາຍຢ່າງທັງຄວາມໝາຍທີ່ຫລາກຫຼາຍ ແລະ ແຕກຕ່າງກັນ.
ຫລາຍໆຄຳໃນພາສາລາວທີ່ເປັນຄຳດຽວ ແຕ່ແປໄດ້ຫລາຍຢ່າງ ແລະ ຄຳດຽວຍັງສາມາດມີຄວາມໝາຍຫລາກຫລາຍ ແລະ ແຕກຕ່າງກັນທັງນ້ອຍ ແລະ ຫລາຍ.

ເບ້ຍ ໝາຍເຖິງ ຫອຍທີ່ຢູ່ໃນນໍ້າ ຫຼັງສວດ ທ້ອງເປັນຮ່ອງ ສີຂາວໆ ແລະ ແຂງ,ຄົນບູຮານໃຊ້ແທນເງິນໃນການແລກປ່ຽນຊື້ຂາຍສິນຄ້າສະໄໝກ່ອນ ມີອັດຕາແລກປ່ຽນ 100ເບ້ຍ=1 ອັດ ດັ່ງນັ້ນ, ຫຼາຍຄົນຈິ່ງມັກຈົ່ມມິກເດວົ້າຕິດສົບຕິດປາກກດັນມາແຕ່ບູຮານນະພການວ່າ: ບໍ່ມີເບ້ຍບໍ່ມີເງິນ ມາເຖິງທຸກມື້ນີ້ ເບ້ຍກໍ່ມາຈາກຫອຍທີ່ມີຊື່ວ່າຫອຍເບ້ຍນັ້ນເອງ. ເບ້ຍ ໝາຍເຖິງ ຕົ້ນໄມ້ ແລະ ຜັກຕ່າງໆທີ່ເກີດ ຫຼື ປົ່ງຂຶ້ນໃໝ່ ເຊິ່ງເຮົາເອີ້ນວ່າ:ເບ້ຍຜັກ, ເບ້ຍໄມ້…
ທຸກມື້ນີ້ເຊິ່ງເຮົາມັກເວົ້າວ່າໄປຊື້ເບ້ຍໄມ້ມາປູກກໍ່ສະແດງວ່າໄປຊື້ຈົ້ນໄມ້ອ່ອນຫຼືຕົ້ນໄມ້ນ້ອຍນັ້ນເອງ. ເບ້ຍ ໝາຍເຖິງ ຊື່ຂອງນົກຊະນິດໜຶ່ງໂຕນ້ອຍໆທີ່ຢູ່ຕາມທໍາມະຊາດ ເຊິ່ງເພິ່ນເອີ້ນກັນວ່າ: ນົກເບ້ຍ. ເບ້ຍ ໝາຍເຖິງ ມາດຕາຊັ່ງນໍ້າໜັກບູຮານທີ່ມີຫົວໜ່ວຍ 1 ເບ້ຍ= 10 ສະຫຼຶງ
ນອກຈາກນີ້ຍັງມີຄໍານໍາໜ້າດ້ວຍຄໍາວ່າເບ້ຍອີກເຊັ່ນ: ເບ້ຍລ້ຽງ …
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comentarios