ເນັ້ນໃຫ້ໂຮງງານຜະລິດຜ້າປິດປາກເອົາຄຸນນະພາບເປັນຫຼັກ.
- Superphil Phil
- Jul 11, 2020
- 1 min read
ເນັ້ນໃຫ້ໂຮງງານຜະລິດຜ້າປິດປາກເອົາຄຸນນະພາບເປັນຫຼັກ.
ຕ້ອງຍອມຮັບວ່າພະຍາດລະບາດຂອງໂຄວິດ19 ໄດ້ເຮັດໃຫ້ປະຊາຊົນລາວ ຫລື ອາດເວົ້າໄດ້ວ່າທຸກຄົນທົ່ວໂລກນີ້ໄດ້ມີການປັບປຸ່ງວິຖີ່ຊິວິດການເປັນຢູ່ ແລະ ມີການປ້ອງກັນຕົວເອງເພີ່ມຂື້ນບໍ່ຫລາຍກໍ່ນ້ອຍ, ອາດເນື່ອງຈາກປະຊາຊົນໄດ້ຮັບຮູ້ເຖິງຮູ້ຫລັກອະນາໄມ, ການປ້ອງກັນຕົວເອງຈາກການທີ່ທາງພາກລັດ ແລະ ທົ່ວໂລກໄດ້ໃຫ້ຂໍ້ມູນຂ່າວສານຕ່າງໆເຂົ້າເຖິງປະຊາຊົນ ແລະ ຮັບຮູ້ເຖິງຄວາມອັນຕະລາຍຂອງພະຍາດລະບາດຕ່າງໆ.
ເວົ້າເຖິງໃນປະເທດລາວເຮົາເອງກໍ່ແມ່ນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຄືກັບປະເທດອື່ນໆ ແລະ ໄດ້ຮັບການຊ່ວຍເຫລືອຈາກອົງກອນ ແລະ ປະເທດຕ່າງໆໂດຍສະເພາະກໍແມ່ນ ສປ ຈີນ ລວມທັງປະຊາຊົນຜູ່ໃຈດີໄດ້ຊ່ວຍເຫລືອຜ້າປິດປາກອະນາໄມ ເຊິງຍັງຂາດເຂິນຫລາຍໃນປະເທດລາວເຮົາເອງ ແລະ ແມ່ຄ້າບາງຄົນກໍນຳເຂົ້າມາ ແລະ ຂາຍໃນລາຄາທີ່ແພງ, ສະນັ້ນລາວເຮົາຍັງຕ້ອງການການຜະລິດສິນຄ້າເຫລົ່ານີ້ເພື່ອຮັບໃຊ້ລາວເຮົາເອງ, ແລະ ໃນວັນທີ 8 ກໍລະກົດ 2020.ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະກໍໄດ້ລົງຕິດຕາມການຜະລິດຜ້າປິດປາກອະນາໄມ ຢູ່ໂຮງງານຜະລິດຜ້າປິດປາກອະນາໄມໄອໂຊລອຍ ແລະ ໂຮງງານຜະລິດຜ້າປິດປາກອະນາໄມ ນານາຊິນ ຕັ້ງຢູ່ ບ້ານ ດົງນາທອງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວເນັ້ນໃຫ້ບັນດາ ໂຮງງານຜະລິດເອົາໃຈໃສ່ສືບຕໍ່ປັບປຸງລະບົບການຜະລິດໃຫ້ມີຄວາມເປັນລະບຽບ ພ້ອມທັງຕ້ອງມີວິຊາການຊ່ຽວຊານມາໃຫ້ການແນະນຳການຜະລິດເພື່ອໃຫ້ການຜະລິດໄດ້ຮັບຄຸນນະພາບສູງສຸດຮັບປະກັນໃຫ້ສາມາດນຳໃຊ້ເຂົ້າໃນການປ້ອງກັນເຊື້ອພະຍາດຕ່າງໆ, ໃຫ້ປະສານງານກັບກະຊວງສາທາລະນະສຸກເພື່ອກວດກາ ແລະ ອະນຸຍາດມາດຕະຖານຄຸນນະພາບຂອງຜະລິດຕະພັນເພື່ອກ້າວໄປເຖິງການນຳອອກຈຳ ໜ່າຍ ນອກຈາກນັ້ນ ຕ້ອງໄດ້ເອົາໃຈໃສ່ຄວບຄຸມລາຄາຈຳໜ່າຍໃຫ້ມີລາຄາສົມເຫດສົມຜົນເພື່ອໃຫ້ປະຊາຊົນລາວໄດ້ຊົມໃຊ້ຜະລິດຕະພັນຜ້າປິດປາກທີ່ຜະລິດຢູ່ພາຍໃນ. ໂຮງງານຜະລິດຜ້າປິດປາກໃນ ສປປ ລາວ ຕ້ອງເນັ້ນເອົາຄຸນນະພາບ ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments