ເທດສະການເຂົ້າຕົ້ມມັດໃຫຍ່
- Superphil Phil
- Apr 6, 2020
- 1 min read
ມາຮູ້ຈັກກັບ ເຂົ້າຕົ້ມມັດໃຫຍ່ ໃນເທດສະການບຸນຕ່າງໆ
ໃນ ສປປ ລາວ ມີຫລາກຫລາຍເທດສະການງານບຸນ ແລະ ບໍ່ວ່າງານບຸນໃດລາວເຮົາກໍ່ໄດ້ມີ
ສ່ວນຮ່ວມໃນງານບຸນນັ້ນໆ(ຄົນລາວມັກມ່ວນແທ້ໆ :D) ແລະ ອີກເທດສະການໜື່ງທີ່ມີເຂົ້າຕົ້ມມັດບັກໃຫຍ່ໂດຍສະເພາະແມ່ນ ເທສະການປີໃໝ່ຈີນ, ເທສະການປີໃໝ່ຈີນຫວຽດນາມ, …

ຕາມຕຳນານຂອງຊາວ ຈີນ-ຫວຽດນາມໃຫ້ຮູ້ວ່າ: ເຂົ້າຕົ້ມໃຫຍ່ນີ້ ບໍ່ແມ່ນເຮັດຂຶ້ນມາເພື່ອກິນແຊບໃນເທສະການເທົ່ານັ້ນ ແຕ່ມີຄວາມ ໝາຍຄວາມສຳຄັນຫຼາຍ ອາດເວົ້າໄດ້ວ່າມັນເປັນສິ່ງ ໜຶ່ງໃນງານບຸນປະເພນີປີ ໃໝ່ດັ່ງກ່າວ. ເພາະວ່າໃນ ເຂົ້າຕົ້ມໃຫຍ່ນີ້ ເຮັດຂຶ້ນມາ ບົນພື້ນຖານຄະຕິຄວາມເຊື່ອຖືຂອງບັນພະບູລຸດ ເລື່ອງ ຄວາມອຸດົມສົມບູນຂອງ ໂລກທີ່ເຮົາຢູ່. ໃນເຂົ້າຕົ້ມ ໃຫຍ່ມີສ່ວນປະກອບຕົ້ນຕໍຢູ່ 3 ຢ່າງຄື:
1) ໃບຕອງຫຸ້ມ ຫໍ່ ແລະ ໄມ້ຕອກມັດເຂົ້າຕົ້ມ ເປັນຕົວແທນຂອງແຜ່ນດິນ -ນໍ້າ,
2) ເຂົ້າໜຽວ, ໝາກຖົ່ວເຫຼືອງ ຫຼື ຖົ່ວຂຽວ ແລະ ພິກໄທ ເປັນຕົວແທນຄວາມ ອຸດົມສົມບູນຂອງພືດພັນທັນ ຍາຫານ ແລະ
3) ຊີ້ນ, ນໍ້າມັນ ເປັນຕົວແທນຂອງຄົນ ແລະ ສັດສາວາສິ່ງເມື່ອ ເອົາມາ ລວມເຂົ້າກັນຈົນໄດ້ເຂົ້າຕົ້ມ ຫໍ່ໃຫຍ່ ຈຶ່ງປຽບເໝືອນໜ່ວຍໂລກຂອງເຮົາ.

ດັ່ງນັ້ນ, ຊາວຈີນ ແລະ ຫວຽດນາມ ເມື່ອເຖິງເທສະການປີໃໝ່ ຈຶ່ງໄດ້ພ້ອມພຽງ ກັນເຮັດເຂົ້າຕົ້ມໄວ້ເພື່ອເປັນ ເຄື່ອງບູຊາແດ່ບັນພະບູລຸດ ຜູ້ລ່ວງລັບໄປໄດ້ຮ່ວມສະຫຼອງນຳ. ນອກຈາກນີ້ແລ້ວ ຍັງເອົາໄວ້ລ້ຽງແຂກຄົນທີ່ມາຢ້ຽມຢາມ ແລະ ເປັນຂອງ ຝາກຂອງຕ້ອນສຳລັບວັນບຸນດັ່ງກ່າວ ແລະ ເຖິງແມ່ນວ່າ ຈະໄປຢູ່ບ້ານອື່ນເມືອງໄກພຽງໃດກໍຕາມ ຊາວຈີນ ແລະ ຫວຽດນາມຕ້ອງໄດ້ເຮັດເຂົ້າຕົ້ມບໍ່ໄດ້ຂາດ ດັ່ງທີ່ເຮົາພົບເຫັນຢູ່ບ້ານເຮົາໃນປັດຈຸບັນ ເຊິ່ງບາງຄົນນອກຈາກ ເຮັດໄວ້ພຽງພໍສຳລັບຕົນ ແລ້ວຍັງເຮັດເພື່ອເປັນສິນຄ້າຈຳໜ່າຍໃຫ້ສັງຄົມເພື່ອ ທຸກຄົນສາມາດຊື້ມາກິນ ແລະ ເອົາໄວ້ບູຊາໃນງານບຸນດັ່ງກ່າວໄດ້ອີກດ້ວຍ./.
ບົດຄວາມນີ້ຂຽນໂດຍ: ຄຳພຸດ ເທບພະນົມ ນັກຂ່າວແຫ່ງໜັງສືພິມ ລາວພັດທະນາ
ຕິດຕາມການເຄືອນໄຫວເຫດການເລື່ອງທຸລະກິດ ແລະ ເຫດການຕ່າງໆທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments