top of page
Search

ເດືອນສາມ-ບຸນເຂົ້າຈີ່ ບຸນປະເພນີຊາວບ້ານສະໄໝກ່ອນ.

  • Writer: Superphil Phil
    Superphil Phil
  • Jul 17, 2020
  • 1 min read

ເດືອນສາມ-ບຸນເຂົ້າຈີ່ ບຸນປະເພນີຊາວບ້ານສະໄໝກ່ອນ.

ອີກປະເພນີໜຶ່ງທີ່ເປັນບຸນປະເພນີດັ້ງເດີມກໍຄື ບຸນເຂົ້າຈີ່ ສະໄໝກ່ອນຊາວບ້ານພາກັນເຮັດເຂົ້າຈີ່ເພື່ອຖວາຍພະຍາແຖນ, ປັດຈຸບັນນີ້ ນິຍົມກັນເຮັດເຂົ້າຈີ່ໄປຖວາຍພະສົງ. ການເຮັດເຂົ້າຈີ່ ຕາມປະເພນີຕ້ອງທາໄຂ່, ທານ້ຳອ້ອຍ ດັ່ງຄຳໂຕ່ງໂຕຍ ສຸພາສິດວ່າ: ເດືອນສາມຄ້ອຍລົມວ້ອຍໆ ເຈົ້າຫົວຄອຍປັ້ນເຂົ້າຈີ່, ເຂົ້າຈີ່ບໍ່ໃສ່ນ້ຳຕານ ບໍ່ລາດນ້ຳອ້ອຍຈົວນ້ອຍບໍ່ອຸ່ນໃຈ.

ພາບ: bounthavee-pdd.blogspot

ບຸນເຂົ້າຈີ່ມີນິທານທາງສາສະໜາກ່າວໄວ້ດັ່ງນີ້:

ປາງກ່ອນມີຍິງຄົນໜຶ່ງຊື່ ປຸນນະທາສີ ເປັນຄົນທຸກໄຮ້ເຂັນໃຈ ແລະ ເປັນຄົນຮັບໃຊ້ເສດຖີຄົນໜຶ່ງ ຢູ່ໃນເມືອງລາຊະຄື. ວັນໜຶ່ງເສດຖີແຕ່ງໃຫ້ນາງໄປຕຳເຂົ້າແຕ່ເຊົ້າເທົ້າຄ່ຳ. ນາງມີຄວາມອິດເມື່ືອຍຫຼາຍ. ນາງຈຶ່ງເອົາຮຳເຂົ້າປັ້ນເປັນກ້ອນຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກພ້າຂອງຕົນ ຍ່າງໄປຕັກນ້ຳ ເພື່ອຈະບໍລິໂພກເຂົ້າຈີ່ນັ້ນ. ເມື່ອໄປຕາມທາງ ນາງພົບພະພຸດທະເຈົ້າ ເລີຍເກີດຄວາມເຫຼື່ອມໃສຂຶ້ນທັນທີ ແລະ ຄິດວ່າ ຕົນເປັນຄົນທຸກໄຮ້ ໃນຊາດນີ້ກໍ່ເພາະ ບໍ່ໄດ້ທຳບຸນໃຫ້ທານໄວ້ໃນຊາດກ່ອນ ແລະ ຊາດນີ້ກໍ່ບໍ່ເຄີຍໄດ້ທຳບຸນເລີຍ. ຈາກນັ້ນນາງກໍ່ເອົາເຂົ້າຈີ່ທີ່ເຮັດດ້ວຍຮຳເຂົ້າໄປຖວາຍແກ່ພະພຸດທະເຈົ້າ ເມື່ອພະອົງຊົງຮັບແລ້ວກຳນັ່ງສະເຫວີຍຕໍ່ໜ້ານາງ. ເມື່ອສະເຫວີຍແລ້ວກໍ່ໄດ້ຕັດອະນຸໂມທະນາກະຖາໂຜດນາງຈົນສຳເລັດໂສດາປະຕິຜົນເປັນອະລິຍະບຸກຄົນ ໃນພະພຸດທະສາສະໜາເມື່ອນາງຕາຍໄປກໍ່ໄປເກີດໃນສະຫວັນ ສະເຫວີຍສົມບັດໃນວິມານຄຳ. ບຸນເຂົ້າຈີ່ ເຮັດເຂົ້າຈີ່ຖວາຍພະຍາແຖນປະເພນີດັ້ງເດີມຂອງຊາວລາວ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ Facebook Doodido

 
 
 

Comments


© 2023 by NOMAD ON THE ROAD. Proudly created with Wix.com

bottom of page